31 C
Vientiane
ວັນທີ 26 February, 2026

ເປີດງານວາງສະແດງຫົວໜ່ວຍຈຸນລະວິສາຫະກິດວິສາຫະກິດຂະໜາດນ້ອຍ-ກາງ ປະຈຳປີ 2026 (Lao MSME Expo 2026)

Must read

ວັນທີ 25 ກຸມພາ ປີ 2026, ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ, ງານວາງສະແດງຫົວໜ່ວຍ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງລາວ ປີ 2026 (Lao MSME Expo 2026) ໄດ້ເປີດຂຶ້ນຢ່າງເປັນທາງການ. ພາຍໃຕ້ຫົວຂໍ້: “ຕ່ອງໂສ້ກະສິກຳປຸງແຕ່ງ ແລະ ການທ່ອງທ່ຽວຕິດພັນກັບທຳມະຊາດແບບທົ່ວເຖິງ.

ພິທີດັ່ງກ່າວໄດ້ຮັບກຽດຈາກ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມເປັນປະທານ.

ງານວາງສະແດງໃນຄັ້ງນີ້ຖືເປັນການລວມຕົວຄັ້ງຍິ່ງໃຫຍ່ຂອງຜູ້ປະກອບການ MSME ຈາກທົ່ວປະເທດ ແລະ ສາກົນ (ໄທ, ຫວຽດນາມ ແລະ ສປ ຈີນ.) ນອກນັ້ນ, ຍັງເປັນການສະເຫຼີມສະຫຼອງຜົນງານ 20 ປີ ແຫ່ງການສົ່ງເສີມ, ບາດກ້າວການຂະຫຍາຍຕົວຂອງ MSME ທີ່ເປັນກຳລັງຫຼັກໃນການຂັບເຄື່ອນເສດຖະກິດຂອງຊາດ.

ໃນໂອກາດນີ້ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ກໍ່ໄດ້ໃຫ້ການສະໜັບສະໜູນເຂົ້າຮ່ວມເປີດບູດວາງສະແດງພາຍໃນງານ ໂດຍນຳຜະລິດຕະພັນຂອງຊຸມຊົນທີ່ຢູ່ອ້ອມຂ້າງເຂື່ອນຂອງ ຜ-ຟຟລ ເຊັ່ນ: ຜະລິດຕະພັນກາເຟ ຈາກບ້ານເຊັດຄົດ ເປັນຊຸມຊົມຈາກເຂື່ອນໄຟຟ້າເຊເສັດ3 , ຜະລິດຕະພັນເຂົ້າ ຈາກ ບ້ານແຈ້ງ ເປັນຊຸມຊົນຕາມລ່ອງແມ່ນໍ້າເຂື່ອນໄຟຟ້ານໍ້າງື່ມ1, ໝາກແຕງ Melon ເປັນຜົນລະປູກຈາກສ່ວນສາທິດຂອງເຂື່ອນໄຟຟ້ານໍ້າມັງ3, ຜ້າຝ້າຍ ແລະ ຟອຍກວາດ ແມ່ນເປັນຜະລິດຕະພັນຈາກບ້ານ ສາມັກຄີໄຊ ແລະ ບ້ານພູຊ້າງ ເຊິ່ງເປັນບ້ານຈັດສັນ ຂອງເຂື່ອນໄຟຟ້ານໍ້າຄານ2-3 ທີ່ໄດ້ຮັບການສົ່ງເສີມ ແລະ ສະໜັບສະໜູນ ຈາກ ຜ-ຟຟລ ມາວາງສະແດງ ແລະ ຈຳໜ່າຍງານ. ໂດຍຈະສະທ້ອນເຫັນບົດບາດຂອງ ຜ-ຟຟລ ໃນການຮ່ວມພັດທະນາຊຸມຊົນ ແລະ ຍົກລະດັບສິນຄ້າທ້ອງຖິ່ນໃຫ້ກ້າວສູ່ຕະຫຼາດກວ້າງຂຶ້ນ.

ງານວາງສະແດງ Lao MSME Expo 2026 ຈະດຳເນີນໄປຈົນເຖິງວັນອາທິດ ທີ 1 ມີນາ 2026 ເຊິ່ງນອກຈາກການວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳເສວະນາທຸລະກິດ, ການຈັບຄູ່ທຸລະກິດ ແລະ ພິທີມອບລາງວັນ MSME ດີເດັ່ນ.

ດັ່ງນັ້ນ ຈຶ່ງຂໍເຊີນຊວນທຸກທ່ານ ເຂົ້າຮ່ວມຊົມ ແລະ ຊຸກຍູ້ຜະລິດຕະພັນລາວ ໃນງານດັ່ງກ່າວເພື່ອຮ່ວມສ້າງແຮງສົ່ງເສີມໃຫ້ MSME ລາວ ໃຫ້ເຕີບໂຕຢ່າງເຂັ້ມແຂງ ແລະ ຍືນຍົງ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article