ໃນວັນທີ 20 ກຸມພາ 2026, ເວລາປະມານ 11:50 ໂມງ, ໄດ້ເກີດອຸບັດເຫດລົດເກາະສາຍໄຟຟ້າ ພາໃຫ້ເສົາໄຟຫັກ ຢູ່ເຂດບ້ານດົງໂພນເລົາ ເມືອງຫາດຊາຍຟອງ ປະຈຸບັນ, ທີມງານວິຊາການໄຟຟ້າແມ່ນກຳລັງ ເລັ່ງມືປະຕິບັດຢູ່ພາກສະໜາມ ເພື່ອດຳເນີນການສ້ອມແປງ ແລະ ປ່ຽນຖ່າຍເສົາໄຟຟ້າທີ່ຫັກ ເພື່ອໃຫ້ສາມາດກັບມາຈ່າຍໄຟໃຫ້ເປັນປົກກະຕິໂດຍໄວທີ່ສຸດ ເຊີ່ງ ເຂດທີ່ໄດ້ຮັບຜົນກະທົບມີ: ບ້ານດົງໂພນເລົາ, ເຂດບໍລິສັດສູນລວມປ້າຍ ແລະ ບໍລິເວນໃກ້ຄຽງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ຜູ້ຊົມໃຊ້ໄຟຟ້າໃນເຂດດັ່ງກ່າວເພື່ອຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກມານະໂອກາດນີ້.




