28.8 C
Vientiane
ວັນທີ 21 February, 2026

ສື່ມວນຊົນ ປກສ ກຽມພ້ອມຮອບດ້ານໃນບັ້ນປ່ອນບັດເລືອກຕັ້ງ ສສຊ-ສສຂ

Must read

ວັນທີ 19 ກຸມພາ 2026, ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມກະກຽມຄວາມພ້ອມ ໃຫ້ແກ່ການເຄື່ອນໄຫວວຽກງານເຜີຍແຜ່ໂຄສະນາຂໍ້ມູນຂ່າວສານໃນບັ້ນເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາ ຊົນແຂວງ ຊຸດທີ V ທີ່ຈະມີການໃຊ້ສິດປ່ອນບັດເລືອກຕັ້ງພ້ອມກັນທົ່ວປະເທດ ໃນວັນທີ 22 ກຸມພາ 2026, ເປັນປະທານໂດຍ ພັອ ພອນພິລຸນ ປັນຍາສິລິ ຫົວໜ້າກົມສື່ມວນຊົນ ປກສ, ມີຄະນະພັກ-ຄະນະກົມ, ຫົວໜ້າ-ຮອງຫົວໜ້າກອງ,ນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.

ໃນພິທີ,ພັທ ນາງ ຄໍາແສງ ທໍາມະວົງ ຮອງຫົວໜ້າກົມສື່ມວນຊົນ ປກສ ໄດ້ລາຍງານການເຄື່ອນໄຫວໄລຍະຜ່ານມາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ມີຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ແລະ ໄດ້ເຄື່ອນໄຫວຕົວຈິງ ເລີ່ມແຕ່ ຄັ້ງວັນທີ 10 ກຸມພາ 2026 ເປັນຕົ້ນມາ ຄະນະຮັບຜິດຊອບຂອງກົມສື່ມວນຊົນ ໄດ້ມີກອງປະຊຸມປຶກສາຫາລື ແລະ ວາງແຜນການເຄື່ອນໄຫວຫຼາຍຄັ້ງ ພ້ອມທັງນຳພາ-ຊີ້ນຳແຕ່ລະພາກສ່ວນຈັດຕັ້ງຜັນຂະ ຫຍາຍແຜນວຽກໃຫ້ມີຜົນສຳເລັດ ໂດຍໄດ້ສຸມໃສ່ເຄື່ອນ ໄຫວເຜີຍແຜ່ຂໍ້ມູນຂ່າວສານການກະກຽມບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຜ່ານພາຫະນະສື່ມວນ ປກສ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ເປັນຕົ້ນ ແມ່ນເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງອາດເວີກໂຄສະນາ ແລະ ສ້າງຄຼິບວິດີໂອໂຄສະນາເຊີນຊວນປະຊາຊົນຮ່ວມໃຈກັນປ່ອນບັດບັ້ນເລືອກຕັ້ງຄັ້ງນີ້ລົງໃນໜ້າໜັງສືພິມ, ໂທລະພາບ, ວິທະຍຸ, ວາລະສານ ແລະ ຂ່າວອອນລາຍທຸກຊ່ອງທາງຂອງສື່ມວນຊົນ ປກສ.

ໂອກາດນີ້, ພັທ ນາງ ຄຳແສງ ທຳມະວົງ ຍັງໄດ້ຜ່ານແຜນການເຄື່ອນໄຫວ ແລະ ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບລົງເກັບກຳຂ່າວໃນບັ້ນເລືອກຕັ້ງປະຈໍາຈຸດປ່ອນບັດເລືອກຕັ້ງຢູ່ແຕ່ລະຈຸດໃນນະຄອນຫຼວງວຽງຈັນ; ທັງນີ້ ກໍເພື່ອຮັບປະກັນໃຫ້ແກ່ການຮັບໃຊ້ບັນເລືອກຕັ້ງທີ່ຈະມີຂຶ້ນໃນວັນທີ 22 ກຸມພານີ້ໃຫ້ມີຜົນສໍາເລັດ.

ພັອ ພອນພິລຸນ ປັນຍາສິລິ ໄດ້ມີຄໍາເຫັນໂອ້ລົມຕໍ່ນັກ ຮົບສື່ມວນຊົນກົມສື່ມວນຊົນ ປກສ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານໃນການປະຕິບັດໜ້າທີ່ໄລຍະຜ່ານມາ ພ້ອມທັງໄດ້ເນັ້ນ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງທຸກສະຫາຍ ຈົ່ງພ້ອມກັນສຸມໃສ່ຈັດຕັ້ງປະຕິບັດວຽກງານທີ່ຕົນໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ, ຮັບປະກັນວຽກ ງານວິຊາສະເພາະ ກໍຄືການນໍາສະເໜີຂໍ້ມູນຂ່າວສານບັ້ນເລືອກຕັ້ງຄັ້ງນີ້ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ຊັດເຈນ ແລະ ມີຄຸນນະພາບ.

ຂ່າວ: ຄຳໂຖ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article