28.8 C
Vientiane
ວັນທີ 21 February, 2026

ເມືອງມຸນລະປາໂມກ​​ ເປີດນໍາໃຊ້ເສັ້ນທາງ 5 ເສັ້ນ​ ໃນເທດສະບານເມືອງວັນທີ​ 18 ກຸມພາ​ນີ້

Must read

ວັນທີ​ 18 ກຸມພາ​ນີ້,​ ເມືອງມຸນລະປາໂມກ​ ແຂວງ​ຈໍາປາສັກ​ ໄດ້ຈັດພິທີມອບ ແລະ​ ເປີດນໍາໃຊ້ເສັ້ນທາງ 5 ເສັ້ນ​ ໃນເທດສະບານເມືອງ​ ໂດຍ​ການເຂົ້າຮ່ວມ​ຂອງທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ​, ທ່ານ​ ພົນ​ຈັດຕະວາ​ ວິລະຕູ ວໍລະຈິດ ຄະນະປະຈໍາ​ພັກແຂວງ​ ຫົວໜ້າ​ການ​ເມືອງ​ກອງບັນຊາ​ການທະຫານ​ແຂວງ​ ຜູ້ຊີ້ນໍາ​ວຽກງານ​ຮອບດ້ານ​ຢູ່ເມືອງ​ມຸນລະປາໂມກ, ມີແຂກຖຶກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າ​ຮ່ວມ.​

ໃນພິທີ,​ ທ່ານ​ ວັນລະເດດ​ ແກ້ວຈັນທາ​ ຮອງເລຂາ​ຄະນະບໍລິຫານງານ​ພັກເມືອງ​ ປະທານ​ຄະນະ​ກໍາມະ​ການປົກຄອງ​ເມືອງ​ ລາຍງານວ່າ: ໂຄງການກໍ່ສ້າງເສັ້ນທາງຕາຜ້າຜັງເມືອງ 5 ເສັ້ນ ໃນເທດສະບານເມືອງມຸນລະປາໂມກ ມີ 2 ໂຄງການ ຊອ່ງເປັນການລົງທຶນຂອງລັດ (ແຂວງຈໍາປາສັກ),​ ມີຄວາມຍາວ 4,050 ແມັດ,​ ມູນຄ່າລວມ 5 ຕື້​ 826 ລ້ານກີບ.​ ໃນນັ້ນ, ໂຄງການທີ​ 1 ມີ 4 ເສັ້ນ,​ ມີຄວາມຍາວ 3,200 ແມັດ,​ ມູນຄ່າ 4 ຕື້​ 400​ ລ້ານກີບ​ ໂດຍແມ່ນບໍລິສັດ ຄໍາເພັດ ດວງຈະເລີນ ກໍ່ສ້າງ ຂົວ​ – ທາງ ຈໍາກັດຜູ້ດຽວ​ ເປັນຜູ້ຮັບ ເໝົາກໍ່ສ້າງ​ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດວຽກໂຄງການແຕ່ວັນທີ 20​ ທັນວາ​ 2025 ເປັນຕົ້ນມາ; ໂຄງການທີ 2,​ ເປັນເສັ້ນທາງປູຢາງ 2 ຊັ້ນ ແຕ່ສາມແຍກ (ຄຸ້ມປ່າອ້ອຍ) ຫາ ທ່າບັກ ບ້ານເວີນແຄນ​ ມີຄວາມຍາວ 850 ແມັດ, ລວມມູນຄ່າ 1 ຕື້​ 426 ລ້ານກີບ​ ໂດຍແມ່ນບໍລິສັດ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ​ ເປັນຜູ້ຮັບເໝົາກໍ່ສ້າງ​ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການແຕ່ເດືອນທັນວາ​ ປີ​ 2025​ ທີ່ຜ່ານມາ.​ ຜ່ານການກວດກາພາກສະໜາມ ແລະ ການປະເມີນຕົວຈິງ ຂອງ 2 ໂຄງການ ເຫັນວ່າສະພາບໜ້າທາງ ແລະ ບັນດາໜ້າວຽກຕ່າງໆທີ່ໄດ້ປະຕິບັດໄປແລ້ວນັ້ນ ຖືກຕ້ອງຕາມມາດຕະຖານເດັກນິກ ຂອງວີຊາການ ແລະ ສາມາດຮັບຮອງການສັນຈອນໄປ​ – ມາໄດ້ຢ່າງສະດວກສະບາຍ.​ ໃນຕໍ່ໜ້າ​ນີ້.​ ຄະນະພັກ​ -​ ອົງການປົກຄອງເມືອງ ຍັງຈະໄດ້ພ້ອມກັນສືບຕໍ່ການສ້ອມແປງ ແລະ ປັບປຸງຍົກລະດັບເສັ້ນທາງປູຢາງຊັ້ນ​ 1 ພາຍໃນຕາຜ້າເທດສະບານເມືອງ​ ຈໍານວນ 6 ເສັ້ນ, ມີຄວາມຍາວ 3,550 ແມັດ​ ຕື່ມອີກ.​

ຕອນທ້າຍ,​ ທ່ານ ອາລຸນໄຊ ສູນນະລາດ ໄດ້ຮ່ວມກັບການນໍາ​ແຂວງ, ການນໍາເມືອງ​ ແລະ​ ບໍ​ລິ​ສັດ​ ທີ່ຮັບເໝົາກໍ່ສ້າງເສັ້ນທາງ​ ຕັດແຖບຜ້າ,​ ເປີດປ້າຍ ນໍາໃຊ້ເສັ້ນທາງ​ ແລະ​ ລັ່ນ​ຄ້ອງ​ 9​ ບາດ​ ເພື່ອເປັນ​ສີລິ​ມຸງຄຸນ​ ແລະ​ ເປັນ​ນີ​ມິດ​ໝາຍ​ອັນ​ດີ​ໃຫ້ແກ່ການ​ເປີດງານ​ນໍາ​ໃຊ້​ເສັ້ນທາງ​ດັ່ງກ່າວ.

(ຂ່າວ​-ພາບ​: ທູນທອງໃຈ​)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article