
ກະຊວງບໍລິຫານຈັດການເຫດສຸກເສີນຂອງຈີນລາຍງານວ່າ ເມື່ອເວລາປະມານ 14.00 ນ. ວັນທີ 15 ກຸມພາ ເກີດເຫດລະເບີດພາຍໃນຮ້ານຈຳໜ່າຍພະລຸໃນໝູ່ບ້ານຕົງອານ ຕຳບົນສືອຫລິວ ເມືອງຕົງໄຫ່ ນະຄອນເຫລຽນອວິ່ນກັງ ແຂວງເຈຍງຊູ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 8 ຄົນ ແລະ ບາດເຈັບ 2 ຄົນ

ພາຍຫຼັງເກີດເຫດ ກະຊວງໄດ້ເອີ້ນປະຊຸມດ່ວນ ສັ່ງການກວດກາຂໍ້ເທັດຈິງ ເລັ່ງຊ່ວຍເຫຼືອຜູ້ບາດເຈັບ ແລະ ສົ່ງຄະນະເຮັດວຽກລົງພື້ນທີ່ ພ້ອມແຈ້ງເຕືອນທົ່ວປະເທດໃຫ້ເຂັ້ມງວດກວດກາຄວາມປອດໄພໃນການຜະລິດ ຂົນສົ່ງ ຈຳໜ່າຍ ແລະ ຈຸດພະລຸ ປ້ອງກັນການເກັບກັກເກີນກຳນົດ ແລະ ການກະທຳຜິດກົດໝາຍ

ທາງການເນັ້ນຢ້ຳວ່າ ຂະນະນີ້ເຂົ້າສູ່ເທດສະການຕຸດຈີນ ຊຶ່ງເປັນລະດູຈຸດພະລຸສູງສຸດ ທຸກພື້ນທີ່ຕ້ອງເພີ່ມມາດຕະການເຝົ້າລະວັງ ກວດກາຮ້ານຄ້າທຸກແຫ່ງຢ່າງລະອຽດ ປາບປາມການລັກລອບຈຳໜ່າຍ ແລະ ຈັດເກັບຜິດກົດໝາຍ ລວມທັງປະຊາສຳພັນໃຫ້ປະຊາຊົນຫຼີກລ່ຽງການຊື້ ຫຼື ຈຸດພະລຸຢ່າງຜິດກົດໝາຍ ເພື່ອໃຫ້ເທດສະການເປັນໄປຢ່າງປອດໄພ.




