28.8 C
Vientiane
ວັນທີ 21 February, 2026

ດ່ານພາສີສາກົນບໍ່ເຕັນ ນໍາໃຊ້ລະບົບຈັດເກັບພາສີທີ່ທັນສະໄໝ ເຮັດໃຫ້ປີ 2025 ເກັບລາຍຮັບໄດ້ 3,211 ຕື້ກວ່າກີບ

Must read

ດ່ານພາສີສາກົນບໍ່ເຕັນ ຂຶ້ນກັບພາສີ ປະຈຳແຂວງຫຼວງນ້ຳທາ, ກົມພາສີ ກະຊວງການເງິນ; ສ່ວນວຽກງານພັກ-ພະນັກງານຂຶ້ນກັບອຳນາດການປົກຄອງທ້ອງຖິ່ນ, ເຊິ່ງເຮັດໜ້າທີ່ຈັດຕັ້ງປະຕິບັດຈັດເກັບລາຍຮັບພາສີ ແລະ ພັນ ທະອື່ນໆເຂົ້າງົບປະມານແຫ່ງລັດຕາມລະບຽບກົດໝາຍໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນຕາມກຳນົດເວລາ.

ທ່ານ ປານມະໄລ ຫຼວງສຸວັນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ສຳພາດວ່າ: ໂຄງປະກອບການຈັດຕັ້ງຂອງດ່ານປະກອບມີ 4 ໜ່ວຍງານຂຶ້ນກັບ, ມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 71 ທ່ານ; ໃນຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນເສນາທິການໃຫ້ແກ່ກົມພາສີ, ໂຄສະນາເຜີຍແຜ່ດ້ານລະບຽບຫຼັກການ, ປະຕິບັດກົດໝາຍ ແລະນິຕິກຳອື່ນກ່ຽວກັບວຽກງານພາສີຢ່າງເຂັ້ມງວດ, ຈັດເກັບລາຍຮັບພາສີ, ພັນທະອື່ນໆຕາມລະບຽບກົດໝາຍໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນກັບເວລາ, ສ້າງກົນໄກເຂົ້າໃນການບໍລິການ ແລະ ການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ.

ສະແດງອອກໃນການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນປີ 2025 ຜ່ານມາ, ໂດຍອີງຕາມຕົວເລກທີ່ໄດ້ຮັບມອບໝາຍຈັດເກັບລາຍຮັບທັງໝົດ 2,712 ຕື້ກີບ, ແຕ່ຜ່ານການຈັດເກັບລາຍຮັບຕົວຈິງສາ ມາດປະຕິບັດໄດ້ທັງໝົດ 3,211 ຕື້ກວ່າກີບ ເທົ່າກັບ 118.41% ຂອງແຜນການປີ, ຖ້າສົມທຽບໄລຍະດຽວກັນຂອງປີ 2024 ແມ່ນເພີ່ມຂຶ້ນ 29.30% ຫຼື ເທົ່າກັບ 727.6 ຕື້ກີບກີບ. ໃນນັ້ນ, ມີລາຍຮັບຈາກທາງລົດໄຟ, ການແກ້ໄຂຄະດີຕ່າງໆທີ່ເກີດຂຶ້ນ,ຄ່າປັບໃໝພາຫະນະເຂົ້າທ່ອງທ່ຽວຢ້ຽມຢາມ ແລະ ພະຫະນະຂົນສົ່ງສິນຄ້າທີ່ກາຍກໍານົດ, ຄ່າປັບໃໝຕູ້ຂົນສົ່ງສິນຄ້າກາຍກຳນົດ ແລະ ອື່ນໆ.

ສ່ວນລາຍຮັບຕົ້ນຕໍໄດ້ຈາກສິນຄ້າສົ່ງອອກປະເພດເຄື່ອງປ່າຂອງດົງ,ສິນຄ້າສົ່ງອອກປະເພດແຮ່ທາດ, ສິນຄ້າປະເພດນໍ້າມັນເຊື້ອໄຟ, ນໍ້າມັນຫຼ່ໍລືນ, ພາຫານະເປັນຄັນ, ພາຫານະເປັນສິ້ນສ່ວນອາໄຫຼ່, ເຄື່ອງກໍ່ສ້າງ,ເຄື່ອງໃຊ້ໄຟຟ້າ,ອຸປະໂພກ-ບໍລິໂພກ ແລະ ຄັງແຮນໍ້າມັນເຊື້ອໄຟຈໍານວນໜຶ່ງ.

ຄຽງຄູ່ກັນນີ້, ດ່ານພາສີສາກົນບໍ່ເຕັນໄດ້ຫັນເປັນດິຈີຕອນ, ໂປ່ງໃສ ທັນສະໄໝວ່ອງໄວ ໃນການບໍລິການຮອບດ້ານ, ໂດຍນໍາໃຊ້ລະບົບຈັດເກັບພາສີທີ່ທັນສະໄໝເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນຕົ້ນ: ລະບົບແຈ້ງພາສີປະຕູດຽວແຫ່ງຊາດ NSWA+, ລະບົບສາຍແສງ SCANNER, ລະບົບໃບຂົນສົ່ງ ICM (LITFA) ເຊື່ອມຈອດກັບລະບົບແຈ້ງພາສີໂດຍສັງເຂບ ແລະ ລະບົບຄຸ້ມຄອງສາງສິນຄ້າ (CWMS), ລະບົບຕິດຕາມຍານພາຫະນະຂົນສົ່ງ, ລົດທ່ອງທ່ຽວຢ້ຽມຢາມ ແລະ ຕູ້ບັນທຸກສິນຄ້າ (ລະບົບ ບ53), ລະບົບຊິງຊັ່ງທັນສະໄໝ, ລະບົບການຊຳລະສະສາງພາສີ-ອາກອນ, ຄ່າທໍາຽມ-ຄ່າບໍລິການຕ່າງໆດ້ວຍລະບົບ (Smart Tax; Fast Tax; LNSW;Easy-pass, ລະບົບຕິດຕາມການຫັກລົບແຜນການນໍາເຂົ້າວັດຖຸ, ອຸປະກອນຕາມນະໂຍບາຍສົ່ງ ເສີມການ (Master List) ແລະ ອື່ນໆຊ່ວຍໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມສະດວກວ່ອງໄວ, ສາມາດຕິດຕາມ, ກວດກາໄດ້ ແລະ ເຮັດໃຫ້ການຈັດເກັບລາຍຮັບມີທ່າດີຂຶ້ນເປັນກ້າວໆ ແລະ ເກັບລາຍຮັບເຂົ້າງົບປະມານແຫ່ງລັດຖືກຕ້ອງ, ຄົບຖ້ວນ.

ທ່ານ ປານມະໄລ ຫຼວງສຸວັນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ກ່າວຕື່ມວ່າ: ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນປີ 2026, ຄະນະດ່ານໄດ້ມີມາດຕະການລວມ, ສຸມໃສ່ທ່າແຮງບົມຊ້ອນ, ຂຸດຄົ້ນແຫຼ່ງລາຍຮັບໃໝ, ກໍາຂັ້ນຕອນການແຈ້ງຖານຂໍ້ມູນລາຄາແຈ້ງພາສີໃຫ້ລະອຽດ, ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ, ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ ການ.

ທີ່ມາ: ກະຊວງການເງິນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article