28.8 C
Vientiane
ວັນທີ 21 February, 2026

ມຽນມາໄລ່ທູດຕີມໍ-ເລສເຕ ອອກຈາກປະເທດ ກໍລະນີຟ້ອງ “ອາຊະຍາກຳສົງຄາມ” ສັ່ນສະເທືອນອາຊຽນ

Must read

ລັດຖະບານທະຫານມຽນມາປະກາດໄລ່ຜູ້ແທນລະດັບສູງຂອງຕີມໍ-ເລສເຕອອກຈາກປະເທດ ຫຼັງຈາກມີລາຍງານວ່າລັດຖະບານຕີມໍ-ເລສເຕໄດ້ດຳເນີນຄະດີຕໍ່ກອງທັບມຽນມາໃນຂໍ້ຫາ “ອາຊະຍາກຳສົງຄາມ” ແລະ “ອາຊະຍາກຳຕໍ່ມະນຸດຊາດ”

ລັດຖະບານທະຫານມຽນມາປະກາດໄລ່ຜູ້ແທນລະດັບສູງຂອງຕີມໍ-ເລສເຕອອກຈາກປະເທດເພື່ອເປັນການຕອບໂຕ້ ຫຼັງຈາກມີລາຍງານວ່າລັດຖະບານຕີມໍ-ເລສເຕໄດ້ເປີດຂະບວນການທາງກົດໝາຍເອົາຜິດກອງທັບມຽນມາໃນຂໍ້ຫາ “ອາຊະຍາກຳສົງຄາມ” ແລະ “ອາຊະຍາກຳຕໍ່ມະນຸດຊາດ” ເຊິ່ງການເຄື່ອນໄຫວດັ່ງກ່າວຍິ່ງເພີ່ມແຮງກົດດັນທາງການທູດພາຍໃນກຸ່ມອາຊຽນ ແລະຢືນຢັນຢ້ຳປະເດັນສິດທິມະນຸດໃນມຽນມາທີ່ຖືກຈັບຕາມອງຈາກປະຊາຄົມໂລກ.

ຖະແຫຼງການຂອງລັດຖະບານທະຫານມຽນມາໃນວັນອາທິດ (15 ກຸມພາ) ລະບຸວ່າ ໄດ້ເອີ້ນອຸປທູດຂອງຕີມໍ-ເລສເຕເຂົ້າພົບໃນວັນສຸກທີ່ຜ່ານມາ ແລະສັ່ງໃຫ້ເດີນທາງອອກຈາກປະເທດພາຍໃນໜຶ່ງອາທິດ ຫຼັງຈາກມີລາຍງານວ່າຕີມໍ-ເລສເຕໄດ້ແຕ່ງຕັ້ງອັຍການອາວຸໂສເພື່ອກວດສອບຄະດີອາຍາທີ່ກ່ຽວຂ້ອງກັບກອງທັບມຽນມາ ເຊິ່ງທາງການມຽນມາເອີ້ນວ່າເປັນຄວາມຜິດຫວັງຢ່າງຍິ່ງ.

ກ່ອນໜ້ານີ້ ອົງການ Chin Human Rights Organization (CHRO) ເປີດເຜີຍວ່າ ຕີມໍ-ເລສເຕໄດ້ເລີ່ມດຳເນີນຄະດີຕາມຫຼັກເຂດອຳນາດສານສາກົນ ເຊິ່ງເປີດທາງໃຫ້ສານພາຍໃນປະເທດສາມາດພິຈາລະນາຄະດີອາຊະຍາກຳຮ້າຍແຮງລະຫວ່າງປະເທດໄດ້ ເຖິງແມ່ນວ່າເຫດການຈະເກີດນອກອານາເຂດກໍຕາມ.

ອົງການສິດທິມະນຸດ ເຊິ່ງເປັນຕົວແທນຂອງຊົນກຸ່ມນ້ອຍຊາດພັນຊິນໃນມຽນມາ ລະບຸວ່າ ຄະດີດັ່ງກ່າວມີຫຼັກຖານທີ່ປະຕິເສດບໍ່ໄດ້ກ່ຽວກັບການຂົ່ມຂືນໝູ່ ການສັງຫານໝູ່ປະຊາຊົນ 10 ລາຍ ການສັງຫານຜູ້ນຳສາສະໜາ ແລະການໂຈມຕີທາງອາກາດໃສ່ໂຮງໝໍ.

ມຽນມາເຊິ່ງກອງທັບຍຶດອຳນາດຈາກລັດຖະບານພົນລະເຮືອນໃນປີ 2021 ປະເຊີນກັບຂໍ້ກ່າວຫາລະເມີດສິດທິມະນຸດຢ່າງຕໍ່ເນື່ອງ ໂດຍສະເພາະຕໍ່ກັບຊົນກຸ່ມນ້ອຍຊາດພັນທົ່ວປະເທດ. ປະຈຸບັນລັດຖະບານທະຫານມຽນມາຍັງຢູ່ລະຫວ່າງຕໍ່ສູ້ຄະດີຢູ່ສານຍຸຕິທຳສາກົນ (ICJ) ຈາກຂໍ້ກ່າວຫາຂ້າລ້າງເຜົ່າພັນຕໍ່ກັບຊົນກຸ່ມນ້ອຍຊາວໂຣຮິງຢາເຊິ່ງສ່ວນໃຫຍ່ນັບຖືສາສະໜາອິສະລາມ.

ກໍລະນີລ່າສຸດນີ້ຖືວ່າເປັນຄວາມຕຶງຄຽດທາງການທູດລະຫວ່າງສອງປະເທດສະມາຊິກຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (อາຊຽນ) ໂດຍຕີມໍ-ເລສເຕເພີ່ງເຂົ້າເປັນສະມາຊິກເຕັມຮູບແບບລຳດັບທີ 11 ຂອງອາຊຽນໃນເດືອນຕຸລາ 2025.

ລັດຖະບານທະຫານມຽນມາກ່າວຫາຕີມໍ-ເລສເຕວ່າ ລະເມີດກົດບັດອາຊຽນ ເຊິ່ງເນັ້ນໜັກໃສ່ຫຼັກການເຄົາລົບອະທິປະໄຕ ແລະການບໍ່ແຊກແຊງກິດການພາຍໃນຂອງປະເທດສະມາຊິກ.

ນີ້ບໍ່ແມ່ນຄັ້ງທຳອິດທີ່ຄວາມສຳພັນລະຫວ່າງສອງປະເທດສັ່ນຄະລອນ ໂດຍໃນເດືອນສິງຫາ 2023 ມຽນມາເຄີຍໄລ່ນັກການທູດລະດັບສູງຂອງຕີມໍ-ເລສເຕອອກຈາກປະເທດມາແລ້ວ ຫຼັງຈາກລັດຖະບານດີລີຈັດການພົບປະກັບຝ່າຍບໍລິຫານເງົາທີ່ຖືກຫ້າມ ເຊິ່ງສ້າງຕັ້ງຂຶ້ນຫຼັງຈາກການລັດຖະປະຫານ.

ທີ່ມາ: channelnewsasia

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article