ວັນທີ 15 ກຸມພາ 2026 ເວລາປະມານ 22:30 ນາທີ ເກີດເຫດລົດກະບະຕໍາເຮືອນ ຢູ່ບ້ານຫ້ວຍຄານ ເມືອງຈອມເພັດ ແຂວງຫລວງພະບາງ.

ຂໍ້ມູນເບື້ອງຕົ້ນ: ເສຍຊີວິດຄາທີ່ 1 ຄົນ ແລະ ບາດເຈັບອີກ 2 ຄົນ ເປັນເດັກນ້ອຍທັງສາມ. ສ່ວນຄົນຂັບ ພາຍຫລັງເກີດເຫດໄດ້ໂອນເງິນໃຫ້ຜູ້ເສຍຫາຍ 10 ລ້ານກີບ ແລະ ໄດ້ເອົາຕົວຫລົບໜີພ້ອມກັບເອກະສານລົດ.

ປັດຈຸບັນ, ລົດຍັງຢູ່ໃນທີ່ເກີດເຫດ ແລະ ຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່.
ພາບ: Vaeng Vaeng




