
ສຳນັກຂ່າວ AFP NEWS Agency ລາຍງານວັນທີ 11 ກຸມພາ 2026 ວ່າ: ກະຊວງປ້ອງກັນປະເທດ ເມັກຊິໂກ ໄດ້ຈັດສະແດງລະບົບປ້ອງກັນອາກາດຍານບໍ່ມີຄົນຂັບ, ອຸປະກອນຕັດສັນຍານວິທະຍຸ, ປືນລ໊ອກເປົ້າສະກັດໂດຣນ ແລະ ຝູງຫຸ່ນຍົນໝາ ເຊິ່ງຈະເປັນກຳລັງເສີມທີ່ສຳຄັນໃນການຮັກສາຄວາມປອດໄພຢູ່ສະໜາມກິລາ ແລະ ເຂດທີ່ພັກຂອງແຟນບານ ໃນໄລຍະການແຂ່ງຂັນ ບານເຕະໂລກ2026 “ FIFA World Cup 2026 ”.

ປະເທດເມັກຊິໂກ ຈະເປັນເຈົ້າພາບຮ່ວມໃນການຈັດງານ World Cup 2026 ກັບ ສະຫະລັດອາເມລິກາ ແລະ ກາດານາ. ສຳລັບການແຂ່ງຂັນໃນ ເມັກຊິໂກ ແມ່ນຈະຈັດຢູ່ 3 ເມືອງຫລັກ ຄື: ນະຄອນຫລວງເມັກຊິໂກ ຊິຕີ້ (Mexico City), ເມືອງ ກົວໂດລູບ (Guadalupe) ແລະ ເມືອງ ມອນເຕີເຣ (Monterrey).



ພາບ: REUTERS/Henry Romero




