ສປປ ລາວ ໄດ້ຮັບຜົນກະທົບຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງໃນໄລຍະສົງຄາມ, ສະເພາະປີ 2025 ມີອຸບັດເຫດເກີດຂຶ້ນຈາກລະເບີດດັ່ງກ່າວ 15 ຄັ້ງ, ມີຜູ້ຖືກເຄາະຮ້າຍ 25 ຄົນ, ໃນນັ້ນ, 19 ຄົນໄດ້ຮັບບາດເຈັບ ແລະ 6 ຄົນເສຍຊີວິດ ແລະ ປີ 2026 ມີອຸບັດເຫດເກີດຂຶ້ນ 2 ຄັ້ງ, ມີຜູ້ຖືກເຄາະຮ້າຍ 7 ຄົນ (ບໍ່ມີຜູ້ເສຍຊີວິດ).
ໃນໄລຍະສົງຄາມອິນດູຈີນຄັ້ງທີ 2 ແຕ່ປີ 1964-1973, ຕະຫຼອດໄລຍະ 9 ປີ ໄດ້ມີຖ້ຽວບິນສູ້ຮົບ ຂອງພວກຈັກກະພັດຜູ້ຮຸກຮານ ຫຼາຍກວ່າ 580.000 ຖ້ຽວ (ສະເລ່ຍ 8 ນາທີຕໍ່ຖ້ຽວ) ຂົນເອົາລະເບີດ ຫຼາຍກວ່າ 2 ລ້ານໂຕນ ມາຖິ້ມລົງໃສ່ຜືນແຜ່ນດິນລາວ. ໃນນັ້ນ, ເປັນປະເພດລະເບີດລູກຫວ່ານ ຫຼື ລະເບີດບົມບີ່ ຫຼາຍກວ່າໝູ່ ຊຶ່ງມີຈໍານວນສູງເຖິງ 270 ລ້ານໜ່ວຍ, ຈຶ່ງເຮັດໃຫ້ ສປປ ລາວ ກາຍເປັນປະເທດ ທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານໜັກໜ່ວງທີ່ສຸດໃນໂລກ ເມື່ອທຽບໃສ່ຈໍານວນປະຊາກອນຕໍ່ຫົວຄົນ. ພາຍຫຼັງສົງຄາມສິ້ນສຸດລົງ, ຍັງມີລະເບີດລູກຫວ່ານຕົກຄ້າງສູງເຖິງ 30% ຫຼື ທຽບເທົ່າກັບ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກ ລວມທັງລະເບີດປະເພດອື່ນອີກ ຊຶ່ງຍັງສືບຕໍ່ເຮັດໃຫ້ເກີດມີອຸບັດເຫດ, ມີຜູ້ບາດເຈັບ, ພິການ ແລະ ເສຍຊີວິດ ໃນແຕ່ລະປີ.
ການເກັບກູ້ລະເບີດ ແມ່ນການຄືນສິດ ໃນການດໍາລົງຊີວິດທີ່ປອດໄພ ແລະ ຄືນໂອກາດໃນການພັດທະນາ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ເປັນບຸລິມະສິດແຫ່ງຊາດ ໂດຍໄດ້ສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດຂຶ້ນມາ ໃນວັນທີ 13 ກຸມພາ 1996.
ທີ່ມາແຫຼ່ງຂໍ້ມູນ: ຄວາມສະຫງົບ




