23.5 C
Vientiane
ວັນທີ 21 February, 2026

ຈີນ-ລາວ-ມຽນມາ-ໄທ ສືບຕໍ່ຮ່ວມມື ໃນການປົກປັກຮັກສາຊາຍແດນ

Must read

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມພົບປະແລກປ່ຽນ ສະພາບການຮ່ວມມື ໃນການລາດຕະເວນທາງນໍ້າຕາມລຳແມ່ນໍ້າຂອງຄັ້ງທີ 162 ລະຫວ່າງ 4 ປະເທດ (ຈີນ-ລາວ-ມຽນມາ-ໄທ) ຈັດຂຶ້ນໃນວັນທີ 10 ກຸມພາ 2026 ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍມີທ່ານ ພົນຕີ ຫລີສູຈຸນ ຮອງຫົວໜ້າກອງບັນຊາການຕຳຫລວດ ລາດຕະເວນທາງນໍ້າ ແຂວງຢຸນນານ ສປ ຈີນ, ທ່ານ ພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງບໍໍ່ແກ້ວ, ທ່ານ ພັນໂທ ອ່ອງມຽກໂມ ຫົວໜ້າກອງບັນຊາການຕຳຫລວດ ບ້ານປຸງ ເມືອງ ແລະ ແຂວງທ່າຂີ້ເຫລັກ ປະເທດມຽນມາ, ທ່ານ ພັນເອກ ມົນຕຣີ ຮອງຫົວໜ້າແມ່ທັບພາກ 5 ປະເທດໄທ ພ້ອມດ້ວຍສອງກໍາລັງ ທະຫານ-ຕຳຫລວດ 2 ແຂວງ (ບໍ່ແກ້ວ-ຫລວງນ້ຳທາ) ແລະ ຄະນະທີມງານ 04 ປະເທດເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນສະພາບການຮ່ວມມື ໃນການປົກປັກຮັກສາຊາຍແດນ ໃນໄລຍະຜ່ານມາ ເປັນຕົ້ນ ການຮ່ວມມືກັນໃນການປະຕິບັດກົດໝາຍ ຮ່ວມລາດຕະເວນຮ່ວມທາງນໍ້າ ຕາມລຳແມ່ຂອງຕອນເໜືອ, ໃນການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ. ນອກນັ້ນ, ກອງປະຊຸມ ຍັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບ ລະຫວ່າງ 04 ປະເທດ (ຈີນ-ລາວ-ມຽນມາ-ໄທ) ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນໍ້າຂອງ ຂອງ 04 ປະເທດ, ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື.

ກອງປະຊຸມຄັ້ງນີ້, ໄດ້ເອກກະພາບກ່ຽວກັບທິດທາງແຜນການທີ່ 04 ຝ່າຍ ຈະໄດ້ສືບຕໍ່ຮ່ວມມືກັນໃນຕໍ່ໜ້າເປັນຕົ້ນ ການກຽມຄວາມພ້ອມໃນການລາດຕະເວນຮ່ວມກັນຄັ້ງທີ 163 ທີ່ຈະມາເຖິງນີ້ ແລະ ການຍົກລະດັບການພົວພັນຮ່ວມມືປະສານສົມທົບ ລະຫວ່າງກຳລັງປ້ອງກັນຊາຍແດນຂອງ 04 ປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່, ພ້ອມກັນສ້າງຊາຍແດນໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາ. ພ້ອມກັນນັ້ນ, 04 ປະເທດ (ຈີນ-ລາວ-ມຽນມາ-ໄທ) ແມ່ນຈະສືບຕໍ່ແລກປ່ຽນສະພາບເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ.

ຂ່າວ: ນີ່ ທຳມະວົງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article