ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ມານີ້, ອົງການພະລັງງານສາກົນ ໄດ້ເຜີຍແຜ່ບົດລາຍງານໂດຍຄາດຄະເນວ່າ: ນັບແຕ່ນີ້ໄປຮອດປີ 2030, ຈັງຫວະການເຕີບໂຕດ້ານຄວາມຕ້ອງການພະລັງງານໃນທົ່ວໂລກຈະຫຼາຍກວ່າ 3.5%. ເມື່ອຮອດປີ 2030, ອັດຕາສ່ວນຂອງພະລັງງານໝູນວຽນ ແລະ ພະລັງງານນິວເຄລຍຈະເພີ່ມຂຶ້ນເປັນ 50% ຂອງພະລັງງານໄຟຟ້າທົ່ວໂລກ.
ຖະແຫຼງການທີ່ກ່ຽວຂ້ອງຂອງອົງການພະລັງງານສາກົນ ລະບຸວ່າ: ຈັງຫວະການເຕີບໂຕດ້ານຄວາມຕ້ອງການພະລັງງານໄຟຟ້າທົ່ວໂລກໃນປັດຈຸບັນຈະສູງກວ່າ 10 ປີຜ່ານມາຢ່າງຫຼວງຫຼາຍ, ຄາດວ່າເມື່ອຮອດປີ 2030, ປະລິມານການໃຊ້ໄຟຟ້າທົ່ວໂລກທີ່ເພີ່ມໃໝ່ຈະເປັນ 2 ເທົ່າຂອງປະລິມານການໃຊ້ໄຟຟ້າຂອງສະຫະພາບເອີຣົບໃນປັດຈຸບັນ.




