16 C
Vientiane
ວັນທີ 1 December, 2025

3 ພາກສ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ບັນດາກ້ອນກໍາລັງສວນສະໜາມ

Must read

ຫ້ອງການສະຫະພັນແມ່ຍິງກອງທັບຮ່ວມກັບບໍລິສັດ ມິດທີນກ້າວໜ້າຈໍາກັດ ແລະ ສະມາຄົມຄຸນຄ່າລາວ 

ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກລວມມູນຄ່າທັງໝົດ 172,487,000 ກີບ ໃຫ້ບັນດາກ້ອນກໍາລັງສວນສະ ໜາມທີ່ພວມຫັດແອບຝຶກຊ້ອມສວນສະໜາມຢູ່ກອງພັນຍິງປືນ 199, ຕາງໜ້າກ່າວມອບໂດຍ ທ່ານ ນາງ ອານິດ ສີວິໄຊ ຮອງປະທານບໍລິສັດ ມິດທີນກ້າວໜ້າຈໍາກັດ ພ້ອມດ້ວຍຄະນະ ແລະ ຕາງໜ້າກ່າວ ຮັບໂດຍ ທ່ານ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກອງທັບ ພ້ອມດ້ວຍຄະນະ. ຊຶ່ງການມອບ-ຮັບເຄື່ອງໄດ້ຈັດຂື້ນໃນວັນທີ 25 ພະຈິກ 2025 ຜ່ານມາ.

ການມອບເຄື່ອງໃນຄັ້ງນີ້ ເພື່ອເປັນການປະກອບສ່ວນຊຸກຍູ້ ແລະ ໃຫ້ກຳລັງໃຈພະນັກງານ-ນັກຮົບ ກ້ອນກຳລັງສວນສະໜາມທີ່ພວມຫັດແອບຝຶກຊ້ອມສວນສະໜາມໃນປັດຈຸບັນໃຫ້ມີຄວາມກະຕືລືລົ້ນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຕະຫຼອດໄລຍະການຫັດແອບຝຶກຊ້ອມເພື່ອຮັບປະກັນໃຫ້ແກ່ການເຂົ້າ ຮ່ວມສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃຫ້ມີຄວາມເປັນເອກະພາບ, ງົດງາມ, ຄ່ອງແຄ້ວ ແລະ ໄດ້ຮັບໝາກຜົນສູງ.

ໂອກາດນີ້, ທ່ານ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ສະແດງຄວາມຂອບໃຈຕໍ່ຫ້ອງການສະຫະພັນແມ່ ຍິງກອງທັບ, ບໍລິສັດ ມິດທີນກ້າວໜ້າຈໍາກັດ ແລະ ສະມາຄົມຄຸນຄ່າລາວ ທີ່ເຫັນໄດ້ເຖິງຄວາມສໍາຄັນຂອງ ວຽກງານຫັດແອບຝຶກຊ້ອມສວນສະໜາມ ເພື່ອກະກຽມເຂົ້າຮ່ວມເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈຶ່ງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ໃນຄັ້ງນີ້ພ້ອມ ທັງໃຫ້ຄຳໝັ້ນສັນຍາວ່າຈະນໍາເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ບັນດາພະນັກງານ-ນັກຮົບບັນດາກ້ອນສວນ ສະໜາມໃຫ້ທົ່ວເຖິງ. 

ແຫຼ່ງຂ່າວຈາກ: ປະຊາຊົນ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article