28.8 C
Vientiane
ວັນທີ 21 February, 2026

ຊີວະປະຫວັດຫຍໍ້ຂອງສະຫາຍໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

Must read

ຊື່ ແລະ ນາມສະກຸນ: ໂຕເລິມ

ວັນທີ, ເດືອນ, ປີເກີດ: 10/7/1957

ທີ່ເກີດ: ຕາແສງເງ້ຍຈຸ ເມືອງວັນຢາງ ແຂວງຮຶງອຽນ.

ລະດັບວິຊາສະເພາະ: ສຈ. ດຣ ດ້ານກົດໝາຍ

ລະດັບທິດສະດີການເມືອງ: ຊັ້ນສູງ

ວັນເດືອນປີເຂົ້າເປັນສະມາຊິກພັກ: 22/8/1981

ປະຫວັດການເຄື່ອນໄຫວວຽກງານໂດຍຫຍໍ້

1974-1979

ຮຽນຢູ່ມະຫາວິທະຍາໄລຄວາມສະຫງົບປະຊາຊົນ (ປັດຈຸບັນແມ່ນສະຖາບັນຄວາມສະຫງົບປະຊາຊົນ).

1979-2006

ພະນັກງານຢູ່ກົມໃຫຍ່ ປກສ, ກະຊວງຕຳຫຼວດ, ຜ່ານບັນດາຕຳແໜ່ງ: ຮອງຫົວໜ້າພະແນກ, ຫົວໜ້າພະແນກ, ຮອງຫົວໜ້າກົມ, ຫົວໜ້າກົມ.

2006-2009

ຮອງຫົວໜ້າກົມໃຫຍ່ ປກສ; ຮອງຫົວໜ້າກົມຮັບຜິດຊອບກົມໃຫຍ່ ປກສ I; ພົນຈັດຕະວາ (4/2007).

2009 – 8/2010

ຫົວໜ້າກົມໃຫຍ່ ປກສ ເລກ I. ພົນຕີ (7/2010).

8/2010 – 1/2016

ຮອງລັດຖະມົນຕີກະຊວງຕຳຫຼວດ, ກຳມະການສູນກາງພັກສະໄໝທີ XI (01/2011); ພົນໂທ (9/2014).

1/2016 – 4/2016

ກຳມະການກົມການເມືອງສະໄໝທີ XII, ລັດຖະມົນຕີກະຊວງຕຳຫຼວດ.

4/2016-01/2024

ກໍາມະການກົມການເມືອງສະໄໝທີ XII, ລັດຖະມົນຕີກະຊວງຕຳຫຼວດ; ພົນເອກ (01/2019); ຜູ້ແທນສະພາແຫ່ງຊາດສະໄໝ XIV.

22/5/2024

ປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ.

3/8/2024

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄຫມທີ XIII.

23/01/2026 – ປັດຈຸບັນ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ XIV.

ທີ່ມາ: ປະຊາຊົນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article