28.8 C
Vientiane
ວັນທີ 21 February, 2026

ພະຍາກອນອາກາດປະຈໍາວັນທີ 02 ກຸມພາ 2026

Must read

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຍັງຈະແຜ່ລົງມາປົກຄຸມຢູູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກໍາລັງແຮງປານກາງພັດປົກຄຸມ, ເຊິ່ງຈະເຮັດໃຫ້ ແລະ ຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູູ່ທົ່ວໄປໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫລາຍຢູູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູູ່ບາງທ້ອງຖິີ່ນແຂວງພາກກາງ ລົງຫາ ພາກໃຕ້ ຕື່ມອີກ.

ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົ່ວໄປ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 15% ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 09–22 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ບໍໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 15% ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 09–30 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູູ່ບາງບໍລິເວນ ແລະ ຈະມີລົມພັດແຮງຢູູ່ເກືອບທົົ່ວໄປ ອຸນຫະພູມໃນລະຫວ່າງ 18–30 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູູ່ທົົ່ວໄປ ແລະ ຈະມີລົມພັດແຮງຢູູ່ທົ່ວໄປ ອຸນຫະພູມໃນລະຫວ່າງ 14–31 ອົງສາ.

ແຂວງໄຊສົມບູນ: ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 09–24 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີລົມພັດແຮງຢູູ່ທົົ່ວໄປ. ອຸນຫະພູມໃນລະຫວ່າງ 15–32 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ພ້ອມມີລົມພັດແຮງຢູູ່ເກືອບທົົ່ວໄປ ອຸນຫະພູມໃນລະຫວ່າງ 06–23 ອົງສາ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article