30 C
Vientiane
ວັນທີ 22 February, 2026

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ

Must read

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ນະ ຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2026 ນີ້ ຢູ່ທີ່ຫ້ອງວ່າການ ນະຄອນຫຼວງ,ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມັນ, ມີຄະ ນະພັກນະຄອນຫຼວງ,ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພັກນັກງານຫຼັກແຫຼ່ງອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມ

ໃນພິທີ, ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນ ກາງພັກ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງ ຈັນ ໄດ້ລາຍງານຫຍໍ້ຜົນສໍາເລັດການນໍາພາ-ຊີ້ນໍາ ຄະນະ ພັກທຸກຂັ້ນ ທົ່ວນະຄອນຫຼວງວຽງຈັນ ຕະຫຼອດໄລຍະ 5 ປີ ຜ່ານມາ. ເຊີ່ງໄດ້ນໍາພາ-ຊີ້ນໍາ ຈັດຕັ້ງເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ ມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກແຕ່ ລະຄັ້ງ ເຊື່ອມສານເຂົ້າກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ເຂົ້າສູ່ລວງເລິກ ດ້ວຍຄວາມເປັນເຈົ້າການ ຕິດພັບກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ສາມາດບັນລຸບັນດາຄາດໝາຍເປັນສ່ວນໃຫຍ່, ໄດ້ນໍາພາ-ຊີ້ນໍາ ແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ ແລະ ເລິກເຊີ່ງ, ໄດ້ນຳພາຊີ້ນຳ ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ, ມີການຂະຫຍາຍຕົວສະເລ່ຍ 5,34 % ຕໍ່ປີ, ລວມຍອດຜະລິດຕະ ພັນພາຍໃນປີ 2025 ບັນລຸໄດ້ 89.278,8 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ເທົ່າກັບ 85,17 ລ້ານກີບ, ໂຄງປະກອບເສດຖະ ກິດ ໄດ້ມີການຫັນປ່ຽນໄປຕາມທິດທາງທີ່ກໍານົດໄວ້, ການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໄດ້ຮັບການຈັດຕັ້ງປະຕິບັດ.

ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງ ສະບັບເລກທີ 10 /ກມສພ, ລົງວັນທີ 23 ມັງກອນ 2026 ວ່າດ້ວຍການຍົກຍ້າຍ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ນະ ຄອນຫຼວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ພ້ອມກັນນີ້, ໄດ້ຜ່ານມະຕິຕົກລົງເລກທີ 20/ກມສພ, ລົງວັນທີ 23 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ.ຈາກນັ້ນ, ກໍໄດ້ມອບຄໍາສັ່ງ ແລະ ມະຕິຕົກລົງໃຫ້ກັບ 2 ສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງ ມີການເຊັນບົດບັນທຶກມອບ-ຮັບໜ້ທີ່ ລະຫວ່າງ ສະ ຫາຍ ອານຸພາບ ຕຸນາລົມ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ສະຫາຍ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ນະຄອນ ຫຼວງວຽງຈັນ ຜູ້ໃໝ່.

ໂອກາດນີ້ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີວ່າ: ຕາງໜ້າໃຫ້ກົມການ ເມືອງສູນກາງພັກ ຕາງໜ້າໃຫ້ລັດຖະບານ ສປປລາວ ແລະ ໃນນາມສ່ວນຕົວ ຕີລາຄາສູງຕໍ່ຜົນງານທີ່ພົ້ນເດັ່ນ ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ອານຸພາບ ຕຸນາລົມ ເປັນຄັນທຸງນໍາໜ້າ ເຊີ່ງຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນຊຸມປີຜ່ານມາ. ພ້ອມນີ້, ຍັງໄດ້ມີບາງ ຄໍາເຫັນໃນການສືບຕໍ່ຜັນຂະຫຍາຍມະຕິຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ຂອງທ້ອງຖີ່ນໃນຊຸມປີຕໍ່ໜ້າ ເຂົ້າສູ່ການປະຕິບັດຕົວຈິງ. ອັນສໍາຄັນທີ່ສຸດ ກໍແມ່ນການປະຕິບັດຫຼັກການເຮັດວຽກຂອງພັກ ໃຫ້ບັນດາສະຫາຍຮີບຮ້ອນແບ່ງງານ ແບ່ງຄວາມຮັບຜິດຊອບ ທັງມອບໝາຍໜ້າທີ່ໃຫ້ທັນເວລາ. ພ້ອມນີ້, ໃຫ້ພ້ອມກັນສືບຕໍ່ສ້າງນະຄອນຫຼວງວຽງຈັນ ໃຫ້ມີການປ່ຽນແປງໃໝ່ຮອບດ້ານທີ່ດີຂຶ້ນ, ເປັນແບບຢ່າງໃຫ້ແຂວງຕ່າງໆໃນທົ່ວປະເທດ ແລະ ເປັນຕົວແບບຂອງການພັດທະນາທ້ອງຖີ່ນ.

ຂ່າວ: ຕຸ້ຍ

ພາບ : ໂບ້

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article