16 C
Vientiane
ວັນທີ 1 December, 2025

ລາວເຊຍລາວ! ມື້ນີ້ທີມຊາດລາວ U-17 ຈະພົບກັບທີມຊາດປາກິດສະຖານ

Must read

ມື້ນີ້ທີມຊາດລາວ U-17 ຈະລົງແຂ່ງຂັນເປັນນັດທີສາມໂດຍຈະພົບກັບທີມຊາດປາກິດສະຖານ ໃນເວລາ 16:00 ໂມງ (ເວລາໃນປະເທດລາວ) ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ ( AFC U-17 Asian Cup 2026 Qualifiers ) ທີ່ປະເທດຄີກິສຖານ.

ສອງນັດຜ່ານມາ, ທີມຊາດລາວ U-17 ໄດ້ສ້າງຜົນງານຢ່າງໂດດເດັ່ນ ໂດຍຊະນະສອງນັດຕິດຕໍ່ກັນຄື: ນັດທໍາອິດທີມຊາດລາວ ເອົາຊະນະ ທີມຊາດກວມ 8-0 ແລະ ນັດທີສອງທີມຊາດລາວ ເອົາຊະນະ ທີມຊາດກໍາປູເຈຍ 5-1 ຂຶ້ນນໍາເປັນຈ່າຝູງກຸ່ມ B ປະກອບມີທີມຊາດເຢເມນ, ຄີກິສຖານ (ເຈົ້າພາບ), ກໍາປູເຈຍ, ກວມ ແລະ ປາກິດສະຖານໂດຍຮອບຄັດເລືອກຈະຄັດເອົາພຽງອັນດັບທີ 1 ຂອງກຸ່ມ ເຊິ່ງມີທັງໝົດ 7 ກຸ່ມ ( A-G ) ເທົ່ານັ້ນ ເພື່ອເຂົ້າຮອບສຸດທ້າຍ.

ຕາຕະລາງການແຂ່ງຂັນຂອງ ທີມຊາດລາວ U-17 ທີ່ ເມືອງ ບິສເຄກ, ຄີກິສຖານ ມີລາຍລະອຽດດັ່ງຕໍ່ໄປນີ້:

– ວັນທີ 22 ພະຈິກ 2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກວມ

– ວັນທີ 24 ພະຈິກ 2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກໍາປູເຈຍ

– ວັນທີ 26 ພະຈິກ 2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດປາກິດສະຖານ ພົບ ທີມຊາດລາວ

– ວັນທີ 28 ພະຈິກ 2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດຄີກິສຖານ

– ວັນທີ 30 ພະຈິກ 2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດເຢເມນ ພົບ ທີມຊາດລາວ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article