
Meta ປະກາດແຜນທົດສອບລະບົບສະມາຊິກ (Subscription) ຮູບແບບໃໝ່ສຳລັບແອັບພລິເຄຊັນໃນເຄືອ ທັງ ອິນສະຕາແກຣມ (Instagram), ເຟສບຸກ (Facebook) ແລະ ວອດສ໌ແອັບ (WhatsApp) ເພື່ອມອບປະສົບການໃຊ້ງານລະດັບພຣີມ້ຽມທີ່ເນັ້ນເພີ່ມປະສິດທິພາບການເຮັດວຽກ ແລະ ຄວາມຄິດສ້າງສັນ ລວມທັງການເຂົ້າເຖິງຂີດຄວາມສາມາດຂອງ AI ທີ່ເໜືອກວ່າເກົ່າໂດຍຍັງຄົງຮັກສາບໍລິການຫຼັກໃຫ້ໃຊ້ງານໄດ້ຟຣີຕາມປົກກະຕິ.
ສຳລັບການບຸກຕະຫຼາດຄັ້ງນີ້ Meta ເຕຼມນຳ ມານຸສ (Manus) ເຊິ່ງເປັນ Agents AI ທີ່ເພິ່ງເຂົ້າຊື້ກິດຈະການມາດ້ວຍມູນຄ່າກວ່າ 2 ພັນລ້ານໂດລາສະຫະລັດ ຫຼື ປະມານ 6.5 ໝື່ນລ້ານບາດເປັນເງິນກີບປະມານ 44 ລ້ານລ້ານກີບ (44 trillion kip) ມາເປັນຫົວໃຈຫຼັກໃນແພັກເກັດສະມາຊິກ ໂດຍຈະບູລະນາການເຂົ້າກັບຜະລິດຕະພັນຕ່າງໆ ແລະ ຍັງຄົງຈຳໜ່າຍສະມາຊິກແບບແຍກສ່ວນໃຫ້ກັບກຸ່ມທຸລະກິດຄຽງຄູ່ກັນໄປດ້ວຍ.
ນອກຈາກນີ້ຍັງມີການທົດສອບເກັບຄ່າບໍລິການຟີເຈີ AI ຢ່າງ ໄວບ໌ສ (Vibes) ເຊິ່ງເປັນເຄື່ອງມືສ້າງວິດີໂອສັ້ນດ້ວຍ AI ທີ່ເຄີຍເປີດໃຫ້ໃຊ້ຟຣີມາຕັ້ງແຕ່ປີ 2025 ໂດຍຈະປ່ຽນມາໃຊ້ໂມເດວ “Freemium” ທີ່ຈຳກັດຈຳນວນການໃຊ້ງານຟຣີ ແລະ ຕ້ອງສະໝັກສະມາຊິກເພື່ອປົດລັອກໂຄຕາການສ້າງວິດີໂອເພີ່ມເຕີມໃນແຕ່ລະເດືອນ.
ຂໍ້ມູນຈາກ ອາເລສຊານໂດຣ ປາລຸດຊີ (Alessandro Paluzzi) ນັກວິສະວະກຳຊອບແວຜູ້ຊ່ຽວຊານການເຈາະຂໍ້ມູນແອັບ ເປີດເຜີຍວ່າຟີເຈີພຣີມຽມບົນ ອິນສະຕາແກຣມ (Instagram) ອາດຈະລວມເຖິງການສ້າງລາຍການຜູ້ຕິດຕາມແບບບໍ່ຈຳກັດ, ການກວດສອບລາຍຊື່ຜູ້ທີ່ບໍ່ຕິດຕາມເຮົາກັບ ແລະ ໂໝດການເບິ່ງສະຕໍລີແບບບໍ່ໃຫ້ເຈົ້າຂອງຮູ້ ເຊິ່ງບໍລິການເຫຼົ່ານີ້ຈະແຍກສ່ວນຈາກ ເມຕາ ເວີຣິໄຟດ໌ (Meta Verified) ທີ່ເນັ້ນກຸ່ມຄຣິເອເຕີ ແລະ ທຸລະກິດ ໂດຍ Meta ຫວັງຈະຂະຫຍາຍຖານລູກຄ້າໄປຍັງຜູ້ໃຊ້ງານທົ່ວໄປໃຫ້ຫຼາຍຂຶ້ນ.
ຢ່າງໃດກໍຕາມ Meta ຕ້ອງປະເຊີນກັບຄວາມທ້າທາຍດ້ານ “ພາວະເມື່ອຍລ້າຈາກການສະໝັກສະມາຊິກ” ຂອງຜູ້ບໍລິໂພກ ເຖິງແມ່ນວ່າຄູ່ແຂ່ງຢ່າງ ສະແນັບແຊັດ (Snap) ຈະປະສົບຄວາມສຳເລັດຢ່າງສູງກັບບໍລິການ ສະແນັບແຊັດ ພລັສ (Snapchat+) ທີ່ມີຜູ້ສະໝັກສະມາຊິກກວ່າ 16 ລ້ານຄົນ ແລະ ສ້າງລາຍໄດ້ມະຫາສານດ້ວຍລາຄາເລີ່ມຕົ້ນພຽງ 3.99 ໂດລາ ຫຼື ປະມານ 129 ບາດ ຕີເປັນເງິນກີບ (ປະມານ 88,000 ກີບ) ຕໍ່ເດືອນກໍຕາມ.
ທີ່ມາ: Techcrunch




