
ກະຊວງກາລະໂຫມຫວຽດນາມອອກຖະແຫຼງການຢ່າງເປັນທາງການ ກໍລະນີເກີດເຫດ ເຮືອບິນທະຫານຕົກໃນພື້ນທີ່ແຂວງດົງຮວາ ແຂວງດັກລັກ ເມື່ອເຊົ້າວັນທີ 28 ມັງກອນ 2026. ຕາມລາຍງານລະບຸວ່າ ເຫດການເກີດຂຶ້ນລະຫວ່າງການຝຶກ ບິນຕາມແຜນຂອງຫົວໜ່ວຍສັງກັດ ກອງບິນທີ່ 940 ໂຮງຮຽນນາຍເຮືອອາກາດ ກອງທັບປ້ອງກັນໄພທາງອາກາດ–ກອງທັບອາກາດ ເປັນຜູ້ຄວບຄຸມເຮືອບິນຝຶກ ແບບ Yak-130.ເຮືອບິນໄດ້ຮັບຄຳສັ່ງໃຫ້ຂຶ້ນບິນເວລາ 07:27 ນາທີ.

ຕໍ່ມາໃນລະຫວ່າງການບິນ ເກີດເຫດຂັດຂ້ອງ ແລະ ຂາດການຕິດຕໍ່ເມື່ອເວລາ 07:44 ນາທີ.ນັກບິນພະຍາຍາມແກ້ໄຂບັນຫາທາງເຕັກນິກແຕ່ບໍ່ສຳເລັດ.ນັກບິນໄດ້ບັງຄັບເຮືອບິນໃຫ້ອອກຫ່າງຈາກເຂດຊຸມຊົນກ່ອນຈະ ດີດຕົວດ້ວຍຮົ່ມຊູຊີບຫນີໄພໄດ້ຢ່າງປອດໄພ ແລະ ໄດ້ຮັບຄວາມຊ່ວຍເຫຼືອຈາກຊາວບ້ານ ກ່ອນຖືກນຳສົ່ງໂຮງໝໍ.

ລາຍງານລ່າສຸດລະບຸວ່າອາການຂອງນັກບິນ ປອດໄພ ແລະ ຟື້ນຕົວແລ້ວ.ເຮືອບິນຕົກກະແທກທີ່ບໍລິເວນ ພູເຂົາຮ່ອນວິນ (Hòn Vinh) ໃນເຂດແຂວງດົງຮວາ ແຂວງດັກລັກ.ບໍ່ມີປະຊາຊົນຫຼືສິ່ງປຸກສ້າງໄດ້ຮັບຄວາມເສຍຫາຍ.

ຂະນະນີ້ ເຈົ້າໜ້າທີ່ໄດ້ປິດກັ້ນພື້ນທີ່ເກີດເຫດ ແລະ ຢູ່ລະຫວ່າງ ສອບສວນຫາສາເຫດຂອງອຸບັດຕິເຫດ ພ້ອມປະສານງານກັບຫົວໜ່ວຍງານທ້ອງຖິ່ນໃນການຄົ້ນຫາ ແລະ ກູ້ຊາກເຮືອບິນ.






