28 C
Vientiane
ວັນທີ 22 February, 2026

ທຳຄວາມຮູ້ຈັກ “ໄວຣັສນິປາ” (Nipah Virus) ແມ່ນຫຍັງ ສະຫຼຸບອາການ ສາເຫດ ແລະ ວິທີປ້ອງກັນສະບັບເຂົ້າໃຈງ່າຍ

Must read

ອົງການອະນາໄມໂລກ (WHO) ຈັດໃຫ້ໄວຣັສນິປາເປັນໜຶ່ງໃນ “ພະຍາດທີ່ຕ້ອງໃຫ້ຄວາມສຳຄັນເປັນລຳດັບຕົ້ນໆ” ເນື່ອງດ້ວຍທ່າແຮງໃນການກໍ່ໃຫ້ເກີດການລະບາດໃຫຍ່ ແລະ ປັດຈຸບັນຍັງບໍ່ມີວັກຊີນປ້ອງກັນ ຫຼື ຢາຮັກສາທີ່ສະເພາະເຈາະຈົງສຳລັບມະນຸດ

ສາເຫດ ແລະ ການແຜ່ລະບາດ ໃຜຄືພາຫະຕົວຈິງ?

ພາຫະຕາມທຳມະຊາດຂອງໄວຣັສນິປາຄື “ໂຕເຈຍທີ່ກິນໝາກໄມ້” ໂດຍສະເພາະ ໂຕເຈຍແມ່ໄກ່ (Pteropus) ເຊື້ອໄວຣັສຈະອາໄສຢູ່ໃນຕົວຄ້າງຄາວໂດຍທີ່ຄ້າງຄາວບໍ່ສະແດງອາການເຈັບປ່ວຍ ແຕ່ສາມາດແຜ່ເຊື້ອຜ່ານສິ່ງຄັດຫຼັ່ງ ເຊັ່ນ: ນ້ຳລາຍ ປັດສະວະ ຫຼື ອຸດຈະຈາລະ.

ຊ່ອງທາງການຕິດຕໍ່ທີ່ຄວນລະວັງ

  • ຈາກສັດສູ່ຄົນ: ການສຳຜັດໂດຍກົງກັບສັດທີ່ຕິດເຊື້ອ (ໝູ, ໂຕເຈຍ) ຫຼື ການກິນໝາກໄມ້ທີ່ປົນເປື້ອນນ້ຳລາຍ ຫຼື ປັດສະວະຂອງຄ້າງຄາວ ເຊັ່ນ: ຫມາກມ່ວງ ໝາກພ້າວ ຫຼື ໝາກໄມ້ທີ່ມີຮອຍແທະ
  • ຈາກຄົນສູ່ຄົນ: ຜ່ານການສຳຜັດໃກ້ຊິດກັບສານຄັດຫຼັ່ງຂອງຜູ້ປ່ວຍ ເຊັ່ນ: ນ້ຳມູກ ນ້ຳລາຍ ຫຼື ເລືອດ ມັກພົບໃນກຸ່ມຜູ້ດູແລຜູ້ປ່ວຍໃກ້ຊິດ ຫຼື ບຸກຄະລາກອນທາງການແພດ
  • ການບໍລິໂພກ: ການດື່ມນ້ຳໝາກໄມ້ທີ່ເກັບດ້ວຍວິທີການທີ່ບໍ່ສະອາດ ແລະ ປົນເປື້ອນເຊື້ອຈາກຄ້າງຄາວ

ກວດອາການ “ໄວຣັສນິປາ” ສັງເກດແນວໃດວ່າຕິດເຊື້ອ?

ໄລຍະຟັກຕົວຂອງໂຣກມັກຢູ່ທີ່ 4-14 ມື້ ແຕ່ອາດນານໄດ້ເຖິງ 45 ມື້ ໂດຍອາການສາມາດແບ່ງອອກໄດ້ເປັນຫຼາຍລະດັບ ດັ່ງນີ້:

ອາການເລີ່ມຕົ້ນ (ຄ້າຍໄຂ້ຫວັດໃຫຍ່)

  • ມີໄຂ້ສູງ ປວດຫົວ
  • ປວດເມື່ອຍກ້າມຊີ້ນ
  • ເຈັບຄໍ ອາເຈຍນ
  • ໄອ ເຫນື່ອຍຫອບ

ອາການຮຸນແຮງ (ລະບົບປະສາດຖືກທຳລາຍ)

ຫາກເຊື້ອລຸກລາມຈະເຂົ້າສູ່ພາວະ ສະໝອງອັກເສບ (Encephalitis) ເຊິ່ງມີອາການເດັ່ນຊັດຄື:

  • ງ່ວງຊຶມ ສັບສົນ ມຶນງົງ
  • ຊັກກະຕຸກ
  • ໝົດສະຕິ ຫຼື ເຂົ້າສູ່ພາວະໂຄມ່າພາຍໃນ 24-48 ຊົ່ວໂມງ
  • ໃນລາຍທີ່ລອດຊີວິດ ອາດມີຄວາມຜິດປົກກະຕິທາງລະບົບປະສາດຫຼົງເຫຼືອຢູ່ ເຊັ່ນ: ອາການບຸກຄະລິກກະພາບປ່ຽນ ຫຼື ອາການຊັກຕໍ່ເນື່ອງ

ຄວາມຮຸນແຮງທີ່ໜ້າກົວ: ອັດຕາການເສຍຊີວິດສູງເຖິງ 75%

ສິ່ງທີ່ເຮັດໃຫ້ທົ່ວໂລກຫວາດຫວັ່ນໄວຣັສນິປາ ຄື ຄວາມຮຸນແຮງຂອງໂຣກ ຈາກສະຖິຕິການລະບາດໃນຫຼາຍພື້ນທີ່ພົບວ່າມີອັດຕາການເສຍຊີວິດ (Case Fatality Rate) ສູງເຖິງ 40% – 75% ຂຶ້ນຢູ່ກັບຂີດຄວາມສາມາດທາງການແພດໃນພື້ນທີ່ນັ້ນໆ ເຊິ່ງຖືວ່າສູງກວ່າໂຣກໂຄວິດ-19 ຫຼາຍເທົ່າຕົວ

ວິທີປ້ອງກັນ ແລະ ເຝົ້າລະວັງຕົນເອງໃຫ້ປອດໄພ

ໃນປັດຈຸບັນຍັງບໍ່ມີວັກຊີນສຳລັບມະນຸດ ການປ້ອງກັນທີ່ດີທີ່ສຸດຄື ການຫຼຸດຄວາມສ່ຽງຈາກການສຳຜັດເຊື້ອ.

ເຖິງແມ່ນໃນປັດຈຸບັນປະເທດລາວຈະຍັງບໍ່ມີການລາຍງານພົບຜູ້ຕິດເຊື້ອໄວຣັສນິປາໃນມະນຸດ ແຕ່ເນື່ອງຈາກປະເທດລາວມີຄ້າງຄາວແມ່ໄກ່ເຊິ່ງເປັນພາຫະອາໄສຢູ່ ກະຊວງສາທາລະນະສຸກຈຶ່ງໄດ້ມີການເຝົ້າລະວັງຢ່າງຕໍ່ເນື່ອງ ສິ່ງສຳຄັນທີ່ສຸດຄື “ການບໍ່ປະມາດ” ຫາກມີອາການໄຂ້ສູງຮ່ວມກັບປະຫວັດການສຳຜັດສັດ ຫຼື ກິນໝາກໄມ້ຕ້ອງສົງໄສ ຄວນຮີບພົບແພດ ແລະ ແຈ້ງປະຫວັດໂດຍລະອຽດທັນທີ

ທີ່ມາ: CDC, WHO, ສະມາຄົມໂຣກຕິດເຊື້ອໃນເດັກແຫ່ງປະເທດໄທ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article