
ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 25 ມັງກອນ 2026 ສະຫະລັດອາເມລິກາ ກຳລັງປະເຊີນກັບພາຍຸລະດູໜາວທີ່ຮຸນແຮງ, ສົ່ງຜົນໃຫ້ມີການຍົກເລີກຖ້ຽວບິນຈຳນວນຫຼາຍກວ່າ 13,000 ຖ້ຽວບິນທົ່ວປະເທດ ຕາມຂໍ້ມູນຈາກເວັບໄຊ FlightAware ທີ່ຕິດຕາມສະຖານະຖ້ຽວບິນແບບທັນເຫດການ. ໂດຍລັດທີ່ໄດ້ຮັບຜົນກະທົບໜັກທີ່ສຸດໄດ້ແກ່: ເທັກຊັດ, ນອດແຄໂຣໄລນາ ແລະ ເທນເນສຊີ. ໃນຂະນະດຽວກັນ, ຊາວອາເມລິກາກວ່າ 140 ລ້ານຄົນ ຫຼື ເກືອບເຄິ່ງໜຶ່ງຂອງປະຊາກອນທັງໝົດ, ແມ່ນຕົກຢູ່ພາຍໃຕ້ຄຳເຕືອນໄພພາຍຸລະດູໜາວຈາກໜ່ວຍງານອຸຕຸນິຍົມວິທະຍາແຫ່ງຊາດ.

ລັດໂອກລາໂຮມາ ເປັນໜຶ່ງໃນພື້ນທີ່ ທີ່ປະເຊີນກັບພາຍຸຫິມະຮຸນແຮງທີ່ສຸດໃນຊ່ວງທ້າຍອາທິດນີ້. ທາງການຕ້ອງເລັ່ງເປີດເສັ້ນທາງຄົມມະນາຄົມທີ່ຖືກຫິມະ ແລະ ນ້ຳແຂງປົກຄຸມ, ໂດຍຄາດວ່າຫິມະອາດຈະທັບຖົມກັນສູງເຖິງ 30 ຊັງຕີແມັດ. ທ່າມກາງສະພາບອາກາດທີ່ໜາວຈັດ, ສະໜາມບິນໃນເມືອງໂອກລາໂຮມາ ຊິຕີ້ ຕ້ອງໄດ້ຍົກເລີກຖ້ຽວບິນທັງໝົດນັບຕັ້ງແຕ່ວັນເສົາ (24 ມັງກອນ) ຈົນເຖິງເຊົ້າວັນອາທິດ ຕາມເວລາທ້ອງຖິ່ນ.

ນັກອຸຕຸນິຍົມວິທະຍາປະເມີນວ່າ ບາງພື້ນທີ່ອາດຈະປະເຊີນກັບພາຍຸນ້ຳແຂງຄັ້ງໃຫຍ່ທີ່ສຸດໃນຮອບກວ່າ 10 ປີ ແລະ ອາກາດໜາວຈັດແບບຜິດປົກກະຕິ ໂດຍອຸນຫະພູມອາດຈະຫຼຸດຕ່ຳລົງເຖິງ -40 ອົງສາ ໃນແຖບພາກຕາເວັນຕົກຕອນກາງ (Midwest). ທາງການໃນລັດຈໍເຈຍ ແລະ ຫຼາຍພື້ນທີ່ໄດ້ຮຽກຮ້ອງໃຫ້ປະຊາຊົນຫຼີກເວັ້ນການເດີນທາງ ແລະ ກຽມພ້ອມຮັບມືກັບສະພາບອາກາດທີ່ເລວຮ້າຍເຊິ່ງຈະຕໍ່ເນື່ອງຢ່າງໜ້ອຍ 48 ຊົ່ວໂມງຂ້າງໜ້າ.

ປັດຈຸບັນ, ຜູ້ວ່າການລັດ 14 ລັດ ໄດ້ປະກາດພາວະສຸກເສີນແລ້ວ ເພື່ອກຽມຮັບມືກັບໄພພິບັດໃນຄັ້ງນີ້, ໂດຍສະເພາະແມ່ນລັດເຊົາແຄໂຣໄລນາ ແລະ ເວີຈິເນຍ ທີ່ໄດ້ຮັບຜົນກະທົບຢ່າງໜັກ. ການປະກາດພາວະສຸກເສີນຈະຊ່ວຍໃຫ້ແຕ່ລະລັດສາມາດລະດົມຊັບພະຍາກອນ ແລະ ບຸກຄະລາກອນເຂົ້າຊ່ວຍເຫຼືອປະຊາຊົນໄດ້ຢ່າງວ່ອງໄວ.

ສະຖານະການໃນຄັ້ງນີ້ຖືເປັນເຫດການທີ່ສົ່ງຜົນກະທົບກວ້າງຂວາງທີ່ສຸດໃນຮອບຫຼາຍປີ, ເຮັດໃຫ້ການຄົມມະນາຄົມທັງທາງອາກາດ ແລະ ທາງບົກຢຸດສະງັກ. ທາງການເນັ້ນຢ້ຳໃຫ້ປະຊາຊົນຕິດຕາມຂ່າວສານຢ່າງໃກ້ຊິດເພື່ອຄວາມປອດໄພ.

ພາບ: AFP




