16 C
Vientiane
ວັນທີ 1 December, 2025

ປິດງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ດ້ວຍຜົນສຳເລັດຢ່າງຈົບງາມ ພ້ອມສົ່ງຕໍ່ແຂວງຈຳປາສັກເປັນເຈົ້າພາບ ຄັ້ງທີ XIII

Must read

ງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ປີ 2025 ນະຄອນຫລວງວຽງຈັນເປັນເຈົ້າພາບ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ທີ່ສະໝາມກິລາ ແຫ່ງຊາດ (ຫຼັກ16) ນະຄອນຫລວງວຽງຈັນ ຈັດຂຶ້ນໃນລະຫວ່າງ 15-25 ພະຈິກ 2025 ໂດຍການເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີບັນດາຜູ້ນຳພັກ-ລັດ ອະດີດການນຳພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນ ບັນດາແຂກ ທັງພາຍໃນ ແລະ ຕ່າງປະເທດ ບັນດາຄະນະນຳນັກກິລາ ຄູຝຶກ ກຳມະການຕັດສິນ ນັກກິລາ ແລະ ຊາວນະຄອນຫລວງວຽງຈັນເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງ ຈັນ ປະທານຈັດງານມະຫະກຳກິລາ ແຫ່ງຊາດຄັ້ງທີXII ໄດ້ສະຫຼຸບລາຍງານຜົນສຳເລັດການແຂ່ງຂັນວ່າ: ການຈັດການແຂ່ງຂັນນະຄອນ ຫຼວງວຽງຈັນເກມ 2025 ຄັ້ງນີ້ ໄດ້ຈັດແຂ່ງຂັນໃນ 33 ປະເພດກິລາ, ຊີງຫຼຽນທັງໝົດ 1,563 ຫຼຽນ ໃນນີ້, ຫຼຽນຄໍາ 424 ຫຼຽນ, ຫຼຽນເງິນ 425 ຫຼຽນ ແລະ ຫຼຽນທອງ 631ຫຼຽນ ມີການເຂົ້າຮ່ວມ 21 ພາກສ່ວນ ຈາກ 3 ກະຊວງ ນະຄອນຫຼວງ ວຽງຈັນ ແລະ 17 ແຂວງ ໃນທົ່ວປະເທດ ຊຶ່ງແຕ່ລະພາກສ່ວນກໍ່ ລ້ວນແລ້ວແຕ່ມີໄຊຊະນະ ສາມາດຍາດແຍ່ງໄດ້ຫຼຽນຄຳ ກໍຄື ຫຼຽນປະເພດຕ່າງໆ ຊຶ່ງສະແດງເຖິງການຍົກລະດັບພັດທະນາກິລາຂອງແຕ່ລະພາກສ່ວນ ແລະ ແມ່ນຜົນງານປະກອບສ່ວນໃຫ້ ການແຂ່ງຂັນກິລາ ພວກເຮົາໃນຄັ້ງນີ້ ເຕັມໄປດ້ວຍບັນຍາກາດ ທີ່ຮັບປະກັນໄດ້ ຕາມຄຳຂວັນທຸກປະການ ໂດຍປະຕິບັດຕາມລະບຽບການແຂ່ງຂັນກິລາ ຜົນການແຂ່ງຂັນ ໃນ 3 ອັນດັບ ຈາກ 21 ພາກສ່ວນດັ່ງນີ້:

1. ອັນດັບທີ I ນະຄອນຫຼວງວຽງຈັນໄດ້109 ຫຼຽນຄໍາ 91 ຫຼຽນເງິນ ແລະ 119 ຫຼຽນທອງ ລວມທັງໝົດ 319 ຫຼຽນ

2. ອັນດັບທີ II ກະຊວງປ້ອງກັນປະເທດ ໄດ້ 68 ຫຼຽນຄໍາ 43 ຫຼຽນເງິນ ແລະ 57 ຫຼຽນທອງ ລວມທັງໝົດ 168 ຫຼຽນ

3. ອັນດັບທີ III ແຂວງ ຄໍາມ່ວນ ໄດ້ 56 ຫຼຽນຄໍາ 41 ຫຼຽນເງິນ ແລະ 77 ຫຼຽນທອງ,ລວມທັງໝົດ 174 ຫຼຽນ

ພ້ອມນັ້ນ, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຮ່ວມຈັດງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ແລະ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ຮ່ວມພິທີມອບ -ຮັບທຸງກິລາແຫ່ງຊາດໃຫ້ແຂວງຈໍາປາສັກ ເປັນເຈົ້າພາບງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XIII ໃນປີ 2028.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article