27 C
Vientiane
ວັນທີ 23 January, 2026

ເປີດໂຄງການກໍ່ສ້າງ ສະຖານທີ່ທ່ອງທ່ຽວ ຫາດຊາຍທຽມແຄມນ້ຳງື່ມ

Must read

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີເປີດໂຄງການກໍ່ສ້າງ ສະຖານທີ່ທ່ອງທ່ຽວຫາດຊາຍທຽມແຄມນ້ຳງື່ມ ຂອງກຸ່ມບໍລິສັດມາລີນີ ຈຳກັດ ຈັດຂຶ້ນໃນວັນທີ 21 ມັງກອນ 2026 ທີ່ຫາດຊາຍທຽມແຄມງື່ມ ເມືອງທຸລະຄົມ ແຂວງວຽງຈັນ ໂດຍມີ ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງ ແຂວງວຽງຈັນ, ທ່ານ ບຸນເລີດ ສີຫາປັນຍາ ຄະນະປົກຄອງເມືອງທຸລະຄົມ, ທ່ານ ສົມປະສົງ ພົມມະສານ ຜູ້ອຳນວຍການໃຫຍ່ບໍລິສັດ ມາລີນີ ຈຳກັດ ພ້ອມດ້ວຍບັນດາພະແນກການ ແລະ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳວົງ ໄຊປັນຍາ ຮອງປະທານກຸ່ມບໍລິສັດ ມາລີນີ ຈຳກັດ ໄດ້ກ່າວວ່າ: ການລົງທຶນກໍ່ສ້າງ ແລະ ບໍລິການສະຖານທີ່ທ່ອງທ່ຽວ ຫາດຊາຍແຄມນໍ້າງື່ມ (ເຂດເທສະບານ ເມືອງທຸລະຄົມ ແຂວງວຽງຈັນ) ລະຫວ່າງ ອໍານາດການປົກຄອງ ແຂວງວຽງຈັນ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ແລະ ກຸ່ມບໍລິສັດ ມາລີນີ ຈຳກັດ ໃນວັນທີ 19 ມິຖຸນາ 2012 ໂດຍມີເນື້ອທີ່ສໍາປະທານ 3,5 ເຮັກຕາ ໃນນີ້, ເນື້ອທີ່ເພື່ອປຸກສ້າງ 2,8 ເຮັກຕາ, ອາຍຸສຳປະທານ 35 ປີ ນັບແຕ່ມື້ກໍ່ສ້າງສຳເລັດແລ້ວເປີດບໍລິການ (ພາຍຫລັງສິ້ນສຸດອາຍຸສໍາປະທານ), ການລົງທຶນຮູບແບບກໍ່ສ້າງ ດໍາເນີນງານ ແລະ ໂອນມອບໃຫ້ລັດຄືນ, ພາຍຫລັງພິທີເປີດໂຄງການກໍ່ສ້າງຫາດຊາຍທຽມນີ້ ຢ່າງເປັນທາງການໃນມື້ນີ້, ທາງກຸ່ມບໍລິສັດຈະຈັດຫລາຍກິດຈະກຳ ການທ່ອງທ່ຽວຢູ່ສະຖານທີ່ແຫ່ງນີ້ ເປັນຕົ້ນ ເປີດຫາດຊາຍໃຫ້ນັກທ່ອງທ່ຽວເຂົ້າມາໃຊ້ບໍລິການ, ກິດຈະກຳທາງນໍ້າ, ກິດຈະກຳທາງວັດທະນະທໍາ-ສັງຄົມ, ຕະຫລາດນັດ, ບຸນປີໃໝ່ລາວ ແລະ ບຸນຊ່ວງເຮືອປະຈໍາປີ. ພ້ອມດຽວກັນນັ້ນ, ກໍຈະສືບຕໍ່ພັດທະນາ ປັບປຸງ ແລະ ກໍ່ສ້າງໂຄງການໃຫ້ສໍາເລັດ ເຊັ່ນ: ໂຮງແຮມ, ເຮືອນພັກ, ຫ້ອງປະຊຸມ, ສິ່ງອໍານວຍຄວາມສະດວກ ແລະ ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນແຜນການ-ແຜນງານ ຂອງໂຄງການສໍາປະທານ. ພ້ອມນີ້, ຈະປ່ຽນໃຫ້ເປັນແລນມາກ (Landmark) ຂອງແຂວງວຽງຈັນ ເວົ້າສະເພາະ ກໍຄືຂອງເມືອງທຸລະຄົມອີກດ້ວຍ.

ໂອກາດນີ້, ທ່ານ ສີວຽງໄຊ ອໍລະບູນ ຍັງໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ໃນພິທີເປີດໂຄງການກໍ່ສ້າງສະຖານທີ່ທ່ອງທ່ຽວຫາດຊາຍທຽມ ແຄມນ້ຳງື່ມ ຂອງກຸ່ມບໍລິສັດ ມາລີນີ ຈຳກັດ ເພື່ອຄວາມເປັນສິລິມົງຄຸນອີກດ້ວຍ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article