
ຂປລ. ກະຊວງການເງິນ ຮ່ວມກັບທະນາຄານພັດທະນາອາຊີ (ADB), ກອງທຶນການເງິນສາ ກົນ (IMF) ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມລະດັບສູງວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາ ລະນະ ຄັ້ງທີ 2 ໃນວັນທີ 25 ພະຈິກ 2025 ຢູ່ນະຄອນຫລວງວຽງຈັນ ແນໃສ່ຜັນຂະຫຍາຍຍຸດທະສາດ ທີ່ເພີ່ມທະວີຄວາມເຂັ້ມແຂງດ້ານປະສິດທະພາບ, ຄວາມໂປ່ງໃສ ແລະ ຄວາມຍືນຍົງໃນໄລຍະຍາວ ຂອງການຄຸ້ມຄອງໜີ້ສິນສາທາລະນະຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີຜູ້ຕາງໜ້າຈາກພາກລັດ, ຄູ່ຮ່ວມພັດທະນາສາກົນ ແລະ ຊ່ຽວຊານຈາກທົ່ວພາກພື້ນ ເຂົ້າຮ່ວມເພື່ອປະເມີນຄວາມຄືບໜ້າ ແລະ ກຳນົດການດຳເນີນຂັ້ນຕອນຕໍ່ໄປ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນ ແລະ ການບໍລິຫານຄວາມສ່ຽງດ້ານງົບປະມານຢູ່ ສປປ ລາວ.

ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ຮູ້ວ່າ: ລັດຖະບານຂອງພວກເຮົາມີຄວາມເອົາໃຈໃສ່ຊຸກຍູ້ການປະຕິຮູບ ທີ່ຈະຟື້ນຟູສະຖຽນລະພາບຂອງເສດຖະກິດມະ ຫາພາກ, ສ້າງຄວາມເຂັ້ມແຂງທາງດ້ານການເງິນພາກລັດ ແລະ ຮັບປະກັນການຄຸ້ມຄອງໜີ້ສິນໃຫ້ມີຄວາມໂປ່ງໃສ ແລະ ຍືນຍົງສຳລັບ ສປປ ລາວ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ກ່າວເນັ້ນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ຕໍ່ 3 ບຸລິມະສິດທີ່ສໍາຄັນຄື: ການຄຸ້ມຄອງໜີ້ສິນສາທາລະນະ ໃຫ້ເຂັ້ມ ແຂງ, ການເພີ່ມທະວີການບໍລິຫານການເງິນພາກລັດ ແລະ ການປະເມີນຄວາມສ່ຽງດ້ານງົບປະມານ, ພ້ອມທັງ ການຈັດການຄວາມສ່ຽງທາງການເງິນຂອງລັດວິສາຫະກິດ ແລະ ໜີ້ສິນສໍາຮອງ.

ທ່ານ ປຣະວິດ ຣາມາຈັນດຣານ ຮອງຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ຂອງ ADB ໄດ້ໃຫ້ຮູ້ວ່າ: ກະຊວງການເງິນ ມີຄວາມຄືບໜ້າຢ່າງພົ້ນເດັ່ນໃນການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງໜີ້ສິນ, ການສົ່ງເສີມຄວາມໂປ່ງໃສ ແລະ ການປັບປຸງຂອບນິຕິກຳ ໂດຍຜ່ານກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ. ຄວາມພະຍາຍາມເຫລົ່ານີ້, ມີຄວາມສຳຄັນຢ່າງຍິ່ງຕໍ່ການສ້າງລະບົບການຄຸ້ມຄອງໜີ້ສິນໃຫ້ສາມາດຮອງຮັບກັບສະພາບການປ່ຽນແປງ ແລະ ໂປ່ງໃສເພີ່ມຂຶ້ນ. ADB ຢືນຢັນເຖິງການສະໜັບສະໜູນຂອງຕົນຕໍ່ ສປປ ລາວ ເພື່ອຄວາມກ້າວໜ້າຂອງການປະຕິບັດງານດ້ານໜີ້ສິນໃຫ້ມີຄວາມຍືນຍົງ”.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບ ເຕັກນິກການປະເມີນຄວາມສ່ຽງທາງດ້ານການງົບປະມານ ແລະ ວິທີການຄຸ້ມຄອງໜີ້ສິນສໍາຮອງ ໂດຍເນັ້ນໃສ່ບັນຫາທີ່ຕິດພັນກັບລັດວິສາຫະກິດ, ຜູ້ຊ່ຽວຊານຈາກພາກພື້ນໄດ້ແບ່ງປັນປະສົບການຕົວຈິງ ແລະ ແນວທາງການປະຕິບັດທີ່ດີທີ່ສຸດຢ່າງມີຫົວຄິດປະ ດິດສ້າງ ໂດຍເນັ້ນເຖິງຄວາມສໍາຄັນຂອງການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງຜູ້ຊ່ຽວ ຊານ ແລະ ການເພີ່ມທະວີການປະສານງານຮ່ວມກັນ ເພື່ອຫລຸດຜ່ອນຄວາມສ່ຽງທາງດ້ານງົບປະມານທີ່ຫຍຸ້ງຍາກ.

ຂ່າວ: ສົມຫວັງ
ພາບ: ຂັນໄຊ



