24.4 C
Vientiane
ວັນທີ 22 January, 2026

ລາຍງານສະພາບອາກາດປະຈໍາວັນທີ 20 ມັງກອນ ປີ 2026

Must read

ຄວາມກົດດັນສູງຂອງອາກາດເຢັນຍັງຈະສືບຕໍ່ປົກຄຸມທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ ແລະ ຍັງຈະມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະເຂດພູພຽງບໍລະເວນ. ສ່ວນພາກກາງ ແລະ ພາກໃຕ້ອາກາດຮ້ອນໃນໄລຍະຕອນບ່າຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 09–26 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 10–33 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໃນຕອນບ່າຍອາກາດຮ້ອນ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 18–33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄຳໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ໃນໄລຍະຕອນບ່າຍອາກາດຈະຮ້ອນ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 16–33 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 08–30 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ໃນໄລຍະຕອນບ່າຍອາກາດຮ້ອນ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 17–34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 08–26 ອົງສາ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article