18.8 C
Vientiane
ວັນທີ 22 January, 2026

ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ແລະ 2025

Must read

ໃນວັນທີ 16 ມັງກອນ ຜ່ານມາທີ່ ສູນວາງສະແດງ ເຂດເສດຖະກິດພິເສດ, ເມືອງບໍ່ເຕັນ, ແຂວງຫຼວງນໍ້າທາ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນປີ 2024 ແລະ 2025 ໃຫ້ແກ່ຈຸດປະສານງານອາຊຽນ ຂອງບັນດາ ແຂວງພາກກາງ ແລະ ພາກເໜືອ. ໃນກອງປະຊຸມຄັ້ງນີ້ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸນທອນ ສີສະຫວັນ, ກຳມະການປະຈຳພັກແຂວງ, ປະທານກວດກາພັກ, ອົງການກວດກາລັດ ແຂວງຫຼວງນ້ຳທາ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີເປີດກອງປະຊຸມ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ຈຸດປະສານງານອາຊຽນ ແລະ ພະແນກການກ່ຽວຂ້ອງຂອງບັນດາແຂວງພາກກາງ ແລະ ພາກເໜືອ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນຂົງເຂດຕ່າງໆ, ໂດຍສະເພາະໃນຂອບອາຊຽນ ໂດຍມີບັນດານັກວິທະຍາກອນຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ຂຶ້ນນຳສະເໜີ ແລະ ແລກປ່ຽນບົດຮຽນໃນກອງປະຊຸມ.

ໃນພິທີເປີດກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ແລະ ສະພາບການພາກພື້ນ ແລະ ສາກົນໃນປະຈຸບັນ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນຳແກ່ຜູ້ເຂົ້າຮ່ວມກອງປະຊຸມ ທັງຈາກບັນດາກະຊວງ ແລະ ຂັ້ນແຂວງ ເປັນຕົ້ນແມ່ນ ໃຫ້ກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ແນວທາງການຕ່າງປະເທດຂອງ ສປປ ລາວ, ທັດສະນະຂອງ ສປປ ລາວ ຕໍ່ສະພາບການພາກພື້ນ ແລະ ສາກົນ, ສືບຕໍ່ຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ ກັບບັນດາແຂວງຊາຍແດນ ໂດຍໝູນໃຊ້ທ່າແຮງລວມຂອງການເຊື່ອມໂຍງ-ເຊື່ອມຈອດພາກພື້ນ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນຄຳເຫັນ ກ່ຽວກັບ ການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ເປັນຕົ້ນແມ່ນ ວຽກງານອາຊຽນ ແລະ ໝາກຜົນຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ການຮ່ວມມືໃນຂອບສອງຝ່າຍ, ວຽກງານຊາຍແດນ, ວຽກງານກົງສຸນ, ການທູດເສດຖະກິດ, ວຽກງານການອອກຈາກສະພາບດ້ອຍພັດທະນາຂອງ ສປປ ລາວ ແລະ ວຽກການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດໃນໄລຍະຜ່ານມາ ເຊິ່ງເປັນວຽກທີ່ຕິດພັນກັບການປະສານງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ. ບັນດາຫົວຂໍ້ດັ່ງກ່າວ ແມ່ນໄດ້ຮັບຄວາມສົນໃຈຈາກບັນດາຜູ້ເຂົ້າຮ່ວມ ຈາກພະແນການຕ່າງໆ ຂອງບັນດາແຂວງພາກກາງ ແລະ ພາກເໜືອ ແລະ ມີການປະກອບຄໍາຄິດເຫັນຢ່າງມີເນື້ອໃນ ແລະ ກົງໄປກົງມາ ພ້ອມທັງແລກປ່ຽນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນດາຂໍ້ສະເໜີໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງແຕ່ລະແຂວງທີ່ເຂົ້າຮ່ວມ.

ຂ່າວ:ກະຊວງການຕ່າງປະເທດ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article