
ໃນວັນທີ 6 ພະຈິກ 2025 ທີ່ຜ່ານມາ ເຈົ້າໜ້າທີ ປກສ ເມືອງພີນ ໄດ້ສົມທົບກັບເຈົ້າໜ້າທີ່ປະຈຳຈຸດກວດກາທີ່ບ້ານສາລາກາຍບາງ ເມືອງພີນ ແຂວງສະຫວັນນະເຂດ ໄດ້ກັກໂຕທ້າວ ທິບພະຈັນ(ໂຕ່ຍ) ອາຍຸ 27 ປີ ອາຊີບຂັບລົດໂດຍສານ ທີ່ຢູ່ບ້ານເຊສະຫວ່າງ(ເຊທ່າມວກ) ເມືອງພີນ ແຂວງສະຫວັນນະເຂດ ພ້ອມຂອງກາງຢາເສບຕິດປະເພດຄໍລະເຈັນຈຳນວນ 130 ຊອງ, ຢາສູບໄຟຟ້າຈຳນວນ 40 ອັນ, ໃບກະທ້ອມຈຳນວນ 26 ກິໂລກຼາມ, ນ້ຳຢາດາທີຊິນຈຳນວນ 600 ກວດ, ປັດຈຸບັນເຈົ້າໜ້າທີ່ແມ່ນໄດ້ກັກຕົວຜູ້ກ່ຽວໄວ້ເພື່ອດໍາເດີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ຕໍ່ກັບເຫດການດັ່ງກ່າວນີ້ຂໍຮຽກຮ້ອງມາຍັງຊາວໜູ່ມ- ເຍົາວະຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງໄດ້ມີສະຕິ ແລະ ຫຼີກເວັ້ນບໍ່ໃຫ້ເຂົ້າໄປພົວພັນກັບສິ່ງເສບຕິດແນວບໍ່ດີ,ເຊິ່ງມັນໄດ້ສົ່ງຜົນກະທົບຫຼາຍດ້ານເປັນຕົ້ນແມ່ນຕໍ່ຕົນ ເອງ,ຕໍ່ຄອບຄົວ ແລະ ສັງຄົມ.
ຂ່າວ:ຖະແຫຼງຂ່າວ ເມືອງພີນ




