18.8 C
Vientiane
ວັນທີ 22 January, 2026

ອົງການອະນາໄມໂລກ ຮຽກຮ້ອງຂຶ້ນພາສີ ເຄື່ອງດື່ມທີ່ມີນໍ້າຕານ-ແອວກໍຮໍ

Must read

ຂປລ. ສຳນັກຂ່າວ ອິນໂຟເຄວສ: ອົງການ ອະນາໄມໂລກ (WHO) ເຕືອນວ່າ: ເຄື່ອງດື່ມ ທີ່ມີນໍ້າຕານ ແລະ ເຄື່ອງດື່ມ ແອວກໍຮໍ ມີລາຄາ ເຂົ້າເຖິງ ໄດ້ງ່າຍ ຫລາຍຂຶ້ນ ເລື້ອຍໆ ເນື່ອງຈາກ ປະເທດ ສ່ວນໃຫຍ່ ທົ່ວໂລກ ໄດ້ເກັບພາສີ ໃນລະດັບຕໍ່າ ເຊິ່ງເປັນການ ກະຕຸ້ນໃຫ້ ເກີດບັນຫາ ພະຍາດອ້ວນ, ພະຍາດເບົາຫວານ, ພະຍາດຫົວໃຈ, ພະຍາດມະເຮັງ ແລະ ການເຈັບເປັນ ພະຍາດຕ່າງໆ ໂດຍສະເພາະ ໃນກຸ່ມເດັກນ້ອຍ ແລະ ເຍົາວະຊົນ.

ອົງການ ອະນາໄມໂລກ ໄດ້ເຜີຍແພ່ ບົດລາຍງານ ລະດັບໂລກ ສະບັບໃໝ່ ລວມມີ 2 ສະບັບ ພ້ອມດ້ວຍການຮຽກຮ້ອງໃຫ້ ລັດຖະບານ ປະເທດຕ່າງໆ ຂຶ້ນພາສີ ເຄື່ອງດື່ມ ທີ່ມີ ທາດນໍ້າຕານ ແລະ ເຄື່ອງດື່ມ ແອວກໍຮໍ ຢ່າງມີໄນສຳຄັນ. ໂດຍເຕືອນວ່າ ລະບົບ ພາສີທີ່ອອ່ນແອ ເຮັດໃຫ້ ຜະລິດຕະພັນ ທີ່ເປັນ ອັນຕະລາຍ ມີລາຄາບໍ່ແພງ, ໃນຂະນະທີ່ ລະບົບ ສາທາລະນະສຸກ ພວມຜະເຊີນໜ້າກັບ ແຮງກົດດັນ ທາງດ້ານການເງິນ ທີ່ເພີ່ມຂຶ້ນ ຈາກການ ເຈັບເປັນ ແລະ ພະຍາດທີ່ບໍ່ຕິດຕໍ່ກັນ ສາມາດປ້ອງກັນໄດ້.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article