
ພິທີຖະແຫຼງຂ່າວການຈັດງານ ເທດສະການອາຫານລາວປະຈໍາປີ 2026 ມີຂຶ້ນໃນວັນທີ 14 ມັງກອນ 2026 ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ(ສຄອຊ) ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການຈັດງານເທດສະການອາຫານລາວ 2026, ມີຮອງປະທານ ສຄອຊ, ຕ່າງໜ້າຄະນະບໍລິຫານງານ ສະມາຄົມນັກທຸລະກິດແມ່ຍິງ, ຜູ້ປະກອບການ, ຜູ້ສະໜັບສະນູນ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດງານ ເພື່ອເປັນການຄໍານັບຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ XII, ພ້ອມທັງໂຄສະນະວັດທະນະທໍາ ດ້ານອາຫານລາວໃຫ້ເຊື່ອມສານກັບວິຖີຊີວິດຂອງປະຊາຄົມອາຊຽນ ໃນຖານະທີ່ສະມາຄົມນັກທຸລະກິດແມ່ຍິງລາວພວກເຮົາ ເປັນປະທານເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ(AWEN LAOS)ໃນປີ2026-2027, ເພື່ອສືບຕໍ່ອະນຸລັກ, ສົ່ງເສີມອາຫານທີ່ເປັນເອກະລັກຂອງລາວໃນທ້ອງຖິ່ນຕ່າງໆໂດຍສະເພາະອາຫານ ປະເພດລາບລາວ(ເພາະໃນປີ 2025 ຜ່ານມາ ສທຍ ພວກເຮົາໄດ້ເປັນເຈົ້າການສະເໜີຂໍລາບລາວ ເປັນມໍລະດົກໂລກທາງດ້ານອາຫານໂດຍຜ່ານທາງກະຊວງວັດທະນະທໍາ ແລະການທ່ອງທ່ຽວ)ແລະ ໃຫ້ສາມາດເຜີຍແຜ່ເພື່ອການສົ່ງອອກສູ່ປະຊາຄົມອາຊຽນໄດ້. ເພື່ອເປັນບ່ອນໂຄສະນາ ແລະຈໍາໜ່າຍຜະລິດຕະພັນທາງດ້ານສະບຽງອາຫານຂອງຜູ້ປະກອບການຂະໜາດນ້ອຍແລະກາງ, ທັງເປັນບ່ອນລະບາຍສິນຄ້າທີ່ລົ້ນຕະຫລາດໃຫ້ທຸກພາກສ່ວນຊ່ວຍກັນຊື້ ແລະໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ. ໂຄສະນາແລະສົ່ງເສີມທຸລະກິດອາຫານລາວໃຫ້ເປັນທີ່ຍອມຮັບວ່າ ການບໍລິໂພກອາຫານລາວແມ່ນສະອາດ, ປອດໄພ. ງານປີ 2026 ພາຍໃຕ້ຄໍາຂວັນທີ່ວ່າ: “ສໍາພັດຄວາມເປັນລາວ ຜ່ານລົດຊາດ ອາຫານລາວ”(Discover Lao Through Its Taste)
ທ່ານກ່າວວ່າ: ງານເທດສະການອາຫານລາວປີ 2026 ຈະເປີດໃນວັນທີ 26-30 ມັງກອນ 2026 ທີ່ສວນເຈົ້າອານຸວົງ ແຄມຂອງ ເປີດ 10:00 ໂມງ– 22 :00 ໂມງ ເຊິ່ງມີອາຫານລາວແບບພື້ນບ້ານ, ອາຫານລາວປະຍຸກ ແລະອາຫານນາໆຊາດຈໍານວນໜຶ່ງມາວາງຂາຍເຖິງ 180 ຮ້ານ, ໃນນັ້ນຈະມີ “ຈໍາລອງເຮືອນຄົວລາວບູຮານ” ຈາກປະສົບການຈິງຂອງຮ້ານອາຫານຄົວລາວ 33 ປີ. ແລະ “ ແຂວງ ແຫ່ງສະເໜ່ ” ໂດຍການເປັນເຈົ້າການ ຂອງສະມາຄົມ ນັກທຸລະກິດແມ່ຍິງ ແຂວງສະຫວັນນະເຂດ.
ນອກນັ້ນເນື່ອງຈາກວ່າ ທາງຜູ້ລ້ຽງໝູ ທີ່ຊາວບ້ານໂພນໂຮມ, ເມືອງປາກຊັນ, ແຂວງບໍລິຄໍາໄຊ ໄດ້ລ້ຽງໝູ ແລະມີອາຫານແປຮູບ ຈາກຜະລິດຕະພັນໝູເກີນຄວາມຕ້ອງການຂອງແຂວງ, ທາງຄະນະຈັດຈັ້ງງານຂອງພວກເຮົາໄດ້ຮັບການຊີ້ນໍາຂອງທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະການຄ້າ ຈິ່ງໄດ້ສະເໜີພາກສ່ວນກ່ຽວຂ້ອງໃຫ້ນໍາມາຈໍາໜ່າຍຊີ້ນໝູແປຮູບໃນງານຂອງພວກເຮົາ. ດັ່ງນັ້ນຈິ່ງຂໍຮຽນເຊີນປະຊາຊົນ ແລະ ທຸກພາກສ່ວນເຂົ້າມາອຸດໜູນໄດ້ທຸກວັນ
ພິເສດ ໃນໄລຍະດຽວກັນ ສທຍຍັງຈະຈັດ ກອງປະຊຸມ AWEN board meeting ຄັ້ງທໍາອິດ ທີ່ລາວເຮົາເປັນປະທານ AWEN(ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ)ລະຫວ່າງວັນທີ 27- 29ມັງກອນ 2026 ເພື່ອໃຫ້ແຂກກອງປະຊຸມໄດ້ມາທ່ຽວງານຂອງພວກເຮົາຫລັງເລີກປະຊຸມໃນທຸກວັນ.
ງານເທດສະການອາຫານລາວ 2026 ຄາດຄະເນຈະມີ ເມັດເງິນໝູນວຽນປະມານ 10 ກວ່າ ຕື້ກີບ. (ທຽບໃສ່ປີກາຍແມ່ນ 8 ຕື້ກີບ)
+ ກິດຈະກໍາໃນງານ: ຕົບແຕ່ງ “ເຮືອນຄົວລາວບູຮານ” ຕົບແຕ່ງ “ແຂວງແຫ່ງສະເໜ່” ຂອງງານ(ຈາກແຂວງສະຫວັນນະເຂດ)ສາທິດການຕໍາໝາກຫຸ່ງ ຈາກແມ່ຄົວຕົວຈີ໊ວ(ຫຼານນ້ອຍເຍົາວະຊົນໂຮງຮຽນຕ່າງໆ) ສາທິດການປຸງແຕ່ງ “ໝໍ້າຊີ້ນ” ຈາກແຂວງສະຫວັນນະເຂດ. ສະແດງສິລະປະຫຼານນ້ອຍໃນມື້ເປີດງານ, ເດີນແບບໃນຊຸດລາວຈາກຫລານນ້ອຍເຍົາວະຊົນ ແລະສິນລະປິນນັກຮ້ອງຈາກຄ່າຍເພງ ສະຫລັບກັນໃນແຕ່ລະຄໍ່າຄືນ, ວາງສະແດງ ແລະ ຂາຍອາຫານລາວເອກະລັກ 18 ແຂວງ ແລະ ອາຫານລາວປະຍຸກທົ່ວໄປ, ມີການບໍລິການຂອງທະນາຄານ, ແລະໃຫ້ຄວາມຮູ້ທາງດ້ານການເງິນ ການຕະຫຼາດ ໃນການເຂົ້າຫາແຫຼ່ງທຶນດອກເບັ້ຍຕໍ່າ ແລະ ກິດຈະກໍາອື່ນໆ.





