24.4 C
Vientiane
ວັນທີ 22 January, 2026

ນະຄອນລາດຊະສີມາ ປະເທດໄທ ເກີດເຫດ ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຕົກລາງ ບາດເຈັບ 55 ຄົນ ແລະ ເສຍຊີວິດ 22 ຄົນ

Must read

ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຕົກລາງ ບາດເຈັບ 55 ຄົນ ແລະ ເສຍຊີວິດ 22 ຄົນ

ສຳນັກຂ່າວສົດ ຂອງໄທລາຍງານວ່າ: ວັນທີ 14 ມັງກອນ 2026 ເວລາ 09:05 ນາທີ ເກີດອຸປະຕິເຫດ ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຢູ່ນະຄອນລາດຊະສີມາ ປະເທດໄທ ເຮັດໃຫ້ລົດໄຟຕົກລາງ.

ຫລັງເກີດເຫດ ໜ່ວຍກູ້ໄພ ໄດ້ເລັ່ງເຂົ້າຊ່ວຍເຫລືອຜູ້ໄດ້ຮັບບາດເຈັບ ແລະ ໃຊ້ເຄື່ອງຕັດເຫຼັກ ຖ່າງງັດຮ່າງຜູ້ໂດຍສານທີ່ໄດ້ຮັບບາດເຈັບອອກຈາກຊາກລົດໄຟແລ້ວນຳສົ່ງໂຮງໝໍໂດຍດ່ວນ. ລາຍງານລ້າສຸດ ເວລາ 11:05 ນາທີ ມີຜູ້ໄດ້ຮັບບາດເຈັບ 55 ຄົນ ແລະ ເສຍຊີວິດ 22 ຄົນ. ຈາກຜູ້ໂດຍສານທັງໝົດ 190 ຄົນ.

ພາບ: Nonthawat Wisutthipat

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article