24 C
Vientiane
ວັນທີ 12 January, 2026

ສູນອະນຸລັກສັດປ່າລາວຈະເປີດອີກຄັ້ງໃນວັນທີ 19 ມັງກອນ 2026 ນີ້

Must read

ສູນອະນຸລັກສັດປ່າລາວ (ມູນນິທິອະນຸລັກສັດປ່າລາວ) ແຕ່ກ່ອນຕັ້ງຢູ່ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ (ສວນສັດບ້ານເກິນເກົ່າ), ປະຈຸບັນ ແມ່ນໄດ້ຍ້າຍສະຖານທີ່ ປຸກສ້າງໃໝ່ ແລະ ຈະເປີດຢ່າງເປັນທາງການ ໃນວັນທີ 19 ມັງກອນ 2026 ນີ້ຢູ່ໃກ້ກັບ ສະຖານທີ່ທ່ອງທ່ຽວ ນໍ້າປ່ຽນ ຢໍລະປາ ນະຄອນຫຼວງວຽງຈັນ.

ສູນອະນຸລັກສັດປ່າລາວ ບໍ່ແມ່ນບ່ອນສຳລັບກັກຂັງສັດ ເພື່ອໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ແຕ່ເປັນ ສູນກູ້ໄພ ແລະ ຟື້ນຟູ ສັດປ່າທີ່ຖືກຊ່ວຍເອົາໄວ້ຈາກການຄ້າສັດຜິດກົດໝາຍ ຈະໄດ້ຮັບການດູແລ, ຮັກສາ ແລະ ກຽມຄວາມພ້ອມ ເພື່ອໃຫ້ມັນກັບຄືນສູ່ທຳມະຊາດ! ທຸກຢ່າງທີ່ທາງສູນເຮັດ, ທຸກໆການດູແລເບີ່ງແຍງ, ມີຈຸດໝາຍປາຍທາງດຽວ ຄື ການໄດ້ປ່ອຍ ສັດປ່າກັບຄືນສູ່ປ່າ ບ່ອນທີ່ພວກມັນເຄີຍຢູ່.

ການມາຢ້ຽມຢາມສູນອະນຸລັກສັດປ່າລາວ, ທ່ານບໍ່ພຽງແຕ່ໄດ້ເບີ່ງສັດເທົ່ານັ້ນ – ແຕ່ທ່ານຈະໄດ້ຮຽນຮູ້ ວິທີການເບີ່ງແຍງດູແລ ຮັກສາສັດປ່າທີ່ຖືກຕ້ອງ; ຄົ້ນພົບ ໂພຊະນາການພິເສດທີ່ສັດແຕ່ລະຊະນິດຕ້ອງການ; ເຂົ້າໃຈ ສິ່ງແວດລ້ອມທີ່ເໝາະສົມກັບພວກມັນ ແລະ ອື່ນໆ.

ຂໍ້ມູນ ແລະ ພາບ : Lao Conservation Trust for Wildlife

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article