13.3 C
Vientiane
ວັນທີ 11 January, 2026

ສະຫາຍ ທອງລຸນ ສີສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອີກ 1 ສະໄໝ

Must read

ຂປລ. ໃນວາລະດຳເນີນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໃນວັນທີ 8 ມັງກອນ 2026 ນີ້, ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທັງໝົດ 88 ສະຫາຍ. ຍິງ 13 ສະຫາຍ. ໃນນັ້ນ, ກໍາມະການສົມບູນ 73 ສະຫາຍ, ຍິງ 12 ສະຫາຍ ແລະ ກຳມະການສໍາຮອງສູນກາງພັກ 15 ສະຫາຍ, ຍິງ 1 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XII, ເລືອກຕັ້ງກຳມະການກົມການເມືອງສູນກາງພັກ ຈຳນວນ 13 ສະຫາຍ, ຍິງ 1 ສະຫາຍ, ຄະນະເລຂາທິການສູນກາງພັກ 11 ສະຫາຍ, ຍິງ 4 ສະຫາຍ. ພ້ອມນີ້, ຍັງໄດ້ເລືອກເອົາ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ, ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາສຸນກາງພັກ ແລະ ເລືອກເອົາຮອງປະທານ ຄະນະກວດກາສູນກາງພັກ 6 ສະຫາຍ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article