17 C
Vientiane
ວັນທີ 12 January, 2026

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 4 ຄົນ, ຍິງ 1 ຄົນ ,ປະຫານຊີວິດ 1 ຄົນ

Must read

ໃນວັນທີ 31 ທັນວາ 2025 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ຕັດສິນຈໍາເລີຍ ຈໍານວນ 4 ຄົນ, ຍິງ 1 ຄົນ ຄື: ນາງ ກອງ ອາຍຸ 33 ປີ ອາຊີບເຮັດໄຮ່ ຢູ່ບ້ານ ນາພ້ອງ ເມືອງ ຫີນເຫີບ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 26 ກຸມພາ 2025 ໃນຂໍ້ກ່າວຫາ ຄ້າຂາຍຢາບ້າ ຈຳນວນ 1.428 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 10 ປີ ປັບໄໝ 100.000.000 ກີບ ທ້າວ ຍັງ ອາຍຸ 25 ປີ ອາຊີບ ເຮັດນາ ຢູ່ບ້ານ ນາປ່າໃຜ່ ເມືອງໝື່ນ ແຂວງວຽງຈັນ ຖືກກັກຕົວຄັ່ງວັນທີ 3 ມີນາ 2025 ໃນຂໍ້ກ່າວຫາ ການມີຢາບ້າໄວ້ໃນຄອບຄອງ ຈຳນວນ 6 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທຕັດອິດສະຫຼະພາບຈຳເລີຍ 2 ປີ ປັບໃໝ 10.000.000 ກີບ ທ້າວ ອານຸສອນ ອາຍຸ 32 ປີ ອາຊີບ ກຳມະກອນ ຢູ່ບ້ານ ໂພນສີໄຕ້ ເມືອງ ໂພນໂຮງ ແຂວງວຽງຈັນ ,ທ້າວ ໂຕ້ນ ອາຍຸ 43 ປີ ອາຊີບກຳມະກອນ ຢູ່ບ້ານ ສະກະ ເມືອງ ສາລະວັນ ແຂວງ ສະຫວັນນະເຂດ ຈຳເລີຍທັງ 2 ຄົນ ຖືກກັກຕົວຄັ້ງວັນທີ 11 ກໍລະກົດ 2024 ໃນຂໍ້ກ່າວຫາ ມີອາວຸດເສີກໄວ້ໃນຄອບຄອງໂດຍບໍ່ຖືກຕ້ອງຕາມກົດໝາຍ ,ຄ້າຂາຍຢາບ້າ ແລະ ມີຢາໄອສໄວ້ໃນຄອບຄອງ ຈຳນວນຢາບ້າ 43,595 ເມັດ, ຢາໄອສ 1 ຖົງນ້ອຍ ,ປືນຍີ້ຫໍ້ ເປອາໂກນ 1 ກະບອກ ພ້ອມລູກກະສູນ 21 ລູກ ແລະ ອຶ່ນໆ ອີກ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວ ອານຸສອນ ຈຳເລີຍ 1 ຈຳຄຸກຕະຫຼອດຊີວິດ ປັບໃໝ 500.000.000 ກິບ ,ທ້າວ ໂຕ້ນ ຈໍາເລີຍ 2 ປະຫານຊີວິດ.

ຂ່າວ ປ້ອງກັນຄວາມສະຫງົບ ແຂວງວຽງຈັນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article