ໃນວັນທີ 5 ມັງກອນ 2026 ຜ່ານມານີ້ ເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມອບລົດຈັກ ຄືນເຈົ້າຂອງເດີມ, ພິທີມອບ-ຮັບໄດ້ຈັດຂື້ນຢູ່ທີ່ພະແນກຕໍາຫຼວດ ປກສ ເມືອງໂພນໂຮງ ໂດຍການເຂົ້າຮ່ວມຂອງ ພັຕ ພຸດທະສິດ ໄມສິງ ຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ, ມີເຈົ້າຂອງລົດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃຫ້ກຽດມອບລົດຈັກ ໂດຍແມ່ນ ພັຕ ພຸດທະສິດ ໄມສິງ ຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ ຕ່າງໜ້າຮັບໂດຍແມ່ນ ທ້າວ ອາທິດ ຢູ່ບ້ານແກ້ງປາຢ່າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຈົ້າຂອງລົດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດດຽວກັນນີ້ເຈົ້າຂອງຊັບກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງເຈົ້າໜ້າທີ່ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງຈື່ງສາມາດຈັບຕົວເປົ້າໝາຍສໍ້ໂກງຊັບປະເພດລົດຈັກລາຍສໍາຄັນໄດ້ພ້ອມທັງເກັບກູ້ລົດຈັກຄືນມາໄດ້ຈໍານວນ 1 ຄັນ ແລະ ໄດ້ມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍແລ້ວ ພ້ອມນັ້ນ ພັຕ ພຸດທະສິດ ໄມສິງ ຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ ຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງຊັບ ແລະ ປະຊາຊົນບັນດາເຜົ່າ ຈົ່ງເອົາໃຈໃສ່ໃນການປົກປັກຮັກສາວັດຖຸສິງຂອງທີ່ມີຄ່າໄວ້ໃຫ້ດີ ເພື່ອບໍ່ໃຫ້ຄົນບໍ່ດີສວຍໂອກາດລັກຊັບສໍ້ໂກງຊັບຂອງທ່ານ ແລະ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ຕໍາຫຼວດ ເມື່ອມີຄົນມາຂາຍລົດຈັກທີ່ບໍ່ມີເອກະສານຄົບຖ້ວນ ຫຼື ລາຄາລົດຈັກທີ່ມີລາຄາຖືກກວ່າຄວາມເປັນຈິງຕາມທ້ອງຕະຫຼາດແມ່ນໃຫ້ແຈ້ງຕໍ່ເຈົ້າໜ້າທີ່ ທີ່ກ້ຽວຂ້ອງ ແລະ ຫ້າມ, ບໍ່ຄວນຊື້ຢ່າງເດັດຂາດ ຖ້າຫາກທ່ານໃດຊື້ແມ່ນຈະຖຶກປະຕິບັດຕາມລະບຽບກົດໝາຍຂອງບ້ານເມືອງ.

ຂ່າວປ້ອງກັນຄວາມສະຫງົບ ແຂວງວຽງຈັນ: ລາດຊະວົງ




