17 C
Vientiane
ວັນທີ 12 January, 2026

ຕໍາຫລວດຈະລາຈອນ ວາງກຳລັງ ອຳນວຍຄວາມສະດວກບໍ່ໃຫ້ລົດແອອັດ ໄລຍະກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

Must read

ຂປລ. ເຈົ້າໜ້າທີ່ຕຳຫລວດຈະລາຈອນ ວາງແຜນກໍາລັງເຂົ້າຮ່ວມປ້ອງກັນ ປະຈໍາຈຸດທີ່ພັກຂອງຄະນະຜູ້ແທນ, ຈຸດຫໍປະຊຸມແຫ່ງຊາດ ແລະ ຈັດວາງກຳລັງຢູ່ຕາມຈຸດເສັ້ນທາງ ເພື່ອອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນ ທີ່ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ລວມທັງອຳນວຍຄວາມສະ ດວກໃຫ້ປະຊາຊົນ ທີ່ໃຊ້ລົດໃຊ້ຖະໜົນ ແນໃສ່ອຳນວຍຄວາມສະດວກໃນການເດີນທາງ, ລະບາຍການສັນຈອນບໍ່ໃຫ້ແອອັດ.

ທ່ານ ພັນເອກ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 6 ມັງກອນ 2026 ວ່າ: ນັບແຕ່ວັນທີ 4 ມັງກອນ 2026 ເຈົ້າໜ້າທີ່ຕຳຫລວດຈະລາຈອນ ໄດ້ຈັດຕັ້ງປະຕິບັດໜ້າທີ່ປະຈຳຢູ່ແຕ່ລະຈຸດ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການນໍາພັກ-ລັດ ແລະ ບັນດາຄະນະຜູ້ແທນ ເປັນຕົ້ນແມ່ນອໍານວຍຄວາມສະດວກ ໃຫ້ແກ່ການນໍາທີ່ໄປວາງພວງມາ ລາ ຢູ່ອານຸສາວະສີນັກຮົບນິລະນາມ, ວາງກະຕ່າດອກໄມ້ທີ່ ຫໍພິພທະພັນ ໄກສອນ ພົມວິຫານ ແລະ ສະຖານທີ່ສໍາຄັນອື່ນໆ, ອຳນວຍຄວາມສະດວກໃຫ້ຄະນະຜູ້ແທນ ທີ່ລົງເຄື່ອນໄຫວຢູ່ສະຖານທີ່ຕ່າງໆ ໃຫ້ມີຄວາມສະດວກປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ຊຶ່ງໄລຍະ 2-3 ວັນຜ່ານມາ ເຫັນວ່າສະພາບໂດຍລວມແມ່ນມີຄວາມເປັນລະ ບຽບຮຽບຮ້ອຍດີ ແລະ ສາມາດຮັບປະກັນໃຫ້ບັນດາຜູ້ແທນ, ແຂກທີ່ມາຮ່ວມກອງປະຊຸມ ມີຄວາມປອດໄພດີ. ເຖິງຢ່າງໃດກໍຕາມໃນຊວງດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ກົມຕໍາຫລວດຈະລາຈອນ ຈະໄດ້ປະສານສົມທົບກັບ ກໍາລັງຕໍາຫລວດຈະລາຈອນ ປກສ ນະຄອນຫລວງວຽງຈັນ ການຈັດວາງກໍາລັງອໍານວຍຄວາມສະດວກຢູ່ຕາມເສັ້ນທາງ ໃຫ້ມີຄວາມສະດວກທີ່ສຸດ ບໍ່ໃຫ້ເກີດອຸບັດເຫດ ແລະ ບັນຫາການຈະລາຈອນຕິດຂັດ-ອັງອໍ.

ໂອກາດນີ້, ທ່ານ ພັນເອກ ຄໍາສອນ ສີດາວົງ ຍັງໄດ້ຮຽກຮ້ອງໃຫ້ບັນດາພໍ່-ແມ່ປະຊາຊົນ ຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງມີສ່ວນຮ່ວມໃນການເປັນເຈົ້າການຮ່ວມກັນ ໃນການອໍານວຍຄວາມສະດວກ ການໄປ-ມາຂອງຂະບວນລົດການນໍາພັກ-ລັດ ກໍຄື ຂະບວນຂອງຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ໂດຍສະເພາະແມ່ນ ໃຫ້ປະຕິບັດຕາມຄໍາສັ່ງຂອງເຈົ້າໜ້າທີ່ຕໍາຫລວດຈະລາຈອນ ທີ່ປະຕິບັດໜ້າທີ່ລະບາຍການສັນຈອນ ຢູ່ຕາມເສັ້ນທາງສາຍຫລັກ ແລະ ປະຕິ ບັດກົດລະບຽບຈະລາຈອນ ເພື່ອເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດໍາເນີນໄປດ້ວຍຜົນສໍາເລັດ.

ຂ່າວ: ກິດຕາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article