17 C
Vientiane
ວັນທີ 12 January, 2026

ບໍລິຄຳໄຊ ມີອຸບັດເຫດເກີດຂຶ້ນ 03 ຄັ້ງໄລຍະສະຫລອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່

Must read

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ການສະເຫລີມສະຫລອງສົ່ງທ້າຍປີເກົ່າ ຄສ 2025 ຕ້ອນຮັບປີໃໝ່ ຄສ 2026 ໃນລະຫວ່າງວັນທີ 29 ທັນວາ 2025-03 ມັງກອນ 2026, ທົ່ວແຂວງບໍລິຄຳໄຊ ມີອຸບັດເຫດເກີດຂຶ້ນ 03 ຄັ້ງ ໃນນີ້, ເມືອງວຽງທອງ ເກີດຂຶ້ນ 1 ຄັ້ງ, ເມືອງປາກຊັນ ເກີດຂຶ້ນ 2 ຄັ້ງ, ມີພາຫະນະເປ່ເພທັງໝົດ 08 ຄັນ: ເປ່ເພເລັກໜ້ອຍ 02 ຄັນ, ເປ່ເພສົມຄວນ 06 ຄັນ, ມີຄົນໄດ້ຮັບບາດເຈັບ ທັງໝົດ 4 ຄົນ ເຈັບເລັກໜ້ອຍ 1 ຄົນ, ເຈັບສົມຄວນ 2 ຄົນ, ເຈັບສາຫັດ 1 ຄົນ, ຊຶ່ງສາເຫດການລະເມີດ ຍ້ອນດື່ມສິ່ງມຶນເມົາ 2 ກໍລະນີ ແລະ ເກີດຈາກການໃຊ້ຄວາມໄວ 1 ກໍລະນີ.

ອີງຕາມແຜນການປ້ອງກັນ ການສະເຫລີມສະຫລອງສົ່ງທ້າຍປີເກົ່າ ຄສ 2025 ຕ້ອນຮັບປີໃໝ່ ຄສ 2026 ພະແນກຕຳຫລວດຈະລາຈອນ ປກສ ແຂວງບໍລິຄຳໄຊ ໄດ້ສຸມໃສ່ທາງດ້ານກຳລັງພົນ, ພາຫະນະ, ອຸປະກອນເຕັກນິກວິຊາສະເພາະ ເພື່ອປ້ອງກັນປະຈຳການ ຕະຫລອດ 24 ຊົ່ວໂມງຢູ່ຈຸດຕ່າງໆ ພາຍໃນຂອບເຂດເທສະບານ ແຂວງບໍລິຄຳໄຊ ແລະ ໄດ້ແບ່ງອອກເປັນ 3 ເມືອງ ມີ 04 ຈຸດກວດກາຄື: ບ້ານໂພນສະຫວ່າງ ເມືອງປາກຊັນ ເສັ້ນທາງເລກ 13 ໃຕ້, ຈຸດບ້ານໂນນສົມບູນ ເມືອງບໍລິຄັນ ເສັ້ນທາງເລກ 21, ເມືອງຄໍາເກີດ 02 ຈຸດ, ບ້ານກວນຈັນ, ເສັ້ນທາງ 8A ຈຸດບ້ານໂພນໄຊ ເສັ້ນທາງ 1E.

ນອກນີ້, ຍັງມີກອງກຳລັງຕຳຫລວດຈະລາຈອນ-ຕຳຫລວດມອດໄຟ ຢູ່ບັນດາ ປກສ ເມືອງ 7 ເມືອງ ອີກດ້ວຍ ໃນນີ້, ແມ່ນໄດ້ຈົດບັນທຶກຂໍ້ມູນພາຫະນະທີ່ລະເມີດ, ກວດກາທາດເຫລົ້າຂອງນັກຂັບຂີ່, ວັດແທກຄວາມໄວ ແລະ ນໍາໃຊ້ກໍາລັງເຈົ້າໜ້າທີ່ລົງກວດກາຕາມຈຸດ ແລະ ເສັ້ນທາງຮ່ອມ ເພື່ອຮັກສາຄວາມສະຫງົບປອດໄພຢ່າງເຂັ້ມງວດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article