ມວນອາກາດໜາວເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ,ເຊິ່ງຈະເຮັດໃຫ້ອາກາດຍັງສືບຕໍ່ເຢັນ ຫາ ໜາວເຢັນຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກໃຕ້ ພ້ອມມີລົມພັດແຮງຢູ່ທົ່ວໄປຢູ່ໃນແຕ່ລະພາກຕື່ມອີກ.
ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຍັງໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ເກືອບທົ່ວໄປ ອຸນຫະພູມໃນລະຫວ່າງ 07–20 ອົງສາ.
ພາກເໜືອດ້ານຕາເວັນຕົກ (ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລ)ີ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 11–27 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 17–29 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄຳໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ທົ່ວໄປ ອຸນຫະພູມໃນລະຫວ່າງ 15–28 ອົງສາ.
ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 10–28 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງຢູ່ເກືອບທົ່ວໄປ ຫລື ເນື່ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ ອຸນຫະພູມໃນລະຫວ່າງ 18–30 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ເກືອບທົ່ວໄປ ອຸນຫະພູມໃນລະຫວ່າງ 11–23 ອົງສາ.




