17 C
Vientiane
ວັນທີ 12 January, 2026

ການກໍ່ສ້າງ-ສ້ອມແປງ ເສັ້ນທາງ ພູເກົ້າຫຼັກຈະສໍາເລັດໃນເດືອນພຶດສະພາ 2026 ນີ້

Must read

ການກໍ່ສ້າງ-ສ້ອມແປງ ເສັ້ນທາງເລກທີ 22  ຫຼື ເສັ້ນທາງພູເກົ້າຫຼັກເລີ່ມແຕ່ ສາມແຍກທາງ 13 ເໜືອ ບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ ຫາ ທາງແຍກ ບ້ານປົ່ງດົງ ເມືອງນານ ແຂວງຫຼວງພະບາງ ມີໄລຍະທາງທັງໝົດ 68,5 ກິໂລແມັດ, ປັດຈຸບັນ ກໍາລັງດຳເນີນການກໍ່ສ້າງ, ສ້ອມແປງ ຄາດວ່າ ຈະສຳເລັດ 100% ໃນເດືອນພຶດສະພາ 2026 ທີ່ຈະມາເຖິງນີ້.

ທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໃຫ້ສຳພາດຕໍ່ນັກຂ່າວເມື່ອມໍ່ໆມານີ້ວ່າ: ໃນໄລຍະຜ່ານມາ ເສັ້ນທາງພູເກົ້າຫຼັກ ໄດ້ຮັບຜົນກະທົບຈາກໄພທຳມະຊາດ (ຝົນຕົກ, ດິນເຈື່ອນທັບຖົມທາງ, ຖົມຮ່ອງນໍ້າ) ເຮັດໃຫ້ທາງເປ່ເພ, ສ້າງຄວາມຫຍຸ້ງຍາກໃນການສັນຈອນໄປ-ມາຂອງຜູ້ໃຊ້ລົດໃຊ້ຖະໜົນ. ພາຍຫຼັງ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການກໍ່ສ້າງ ແລະ ບູລະນະສ້ອມແປງທາງດັ່ງກ່າວ ກັບບໍລິສັດພັດທະນາສາມຫຼ່ຽມເສດຖະກິດຄົບວົງຈອນ ຈໍາກັດ ແລະ ໄດ້ເລີ່ມລົງມືບູລະນະສ້ອມແປງ ໃນຕົ້ນເດືອນຕຸລາ 2025 ຊຶ່ງບໍລິສັດເປັນຜູ້ລົງທຶນ 100% ມາຮອດປັດຈຸບັນ, ສາມາດແກ້ໄຂເສັ້ນທາງທີ່ເປ່ເພ ໃຫ້ສາມາດໄປ-ມາ ໄດ້ສະດວກໃນເບື້ອງຕົ້ນແລ້ວ ແລະ ກໍາລັງສືບຕໍ່ປູຢາງ ຢູ່ເສັ້ນທາງພູເກົ້າຫຼັກ ຈຸດທີ່ມີຄວາມຫຍຸ້ງຍາກ (ຈຸດຄ້ອຍຊັນ) ຄາດວ່າຈະສຳເລັດໃນຕົ້ນເດືອນມັງກອນ 2026 ແລະ ຄາດວ່າ ຈະໃຫ້ສຳເລັດ 100% ໃນເດືອນພຶດສະພາ 2026 ທີ່ຈະມາເຖິງນີ້ ສາມາດ ຮັບນໍ້າໜັກ 11 ໂຕນຕໍ່ເພົາ.

ທ່ານ ຄຳມອນ ໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງສຳເລັດ, ບໍລິສັດພັດທະນາສາມຫຼ່ຽມ ເສດຖະກິດຄົບວົງຈອນ ຈໍາກັດ ຈະສະເໜີເຖິງລັດຖະບານ ເພື່ອອະນຸມັດ ຂໍເກັບເງິນຄ່າຜ່ານທາງດັ່ງກ່າວ, ຊຶ່ງຈະຕັ້ງຈຸດເກັບເງິນ ຢູ່ເທິງພູເກົ້າຫຼັກ (ຈຸດຊົມວິວ). ໃນນີ້, ຍົກເວັ້ນລົດປ້າຍແດງ, ປ້າຍຟ້າ, ເກັບສະເພາະລົດສ່ວນຕົວ (ປ້າຍເຫຼືອງ) ແລະ ລົດທີ່ດຳເນີນທຸລະກິດ(ປ້າຍຂາວ). ໃນກໍລະນີ ປະຊາຊາຊົນ, ພະນັກງານ, ທະຫານ-ຕ່ຳຫຼວດ ທາງເບື້ອງແຂວງວຽງຈັນ ແລະ ເບື້ອງແຂວງຫຼວງພະບາງ ມີຈຸດປະສົງເດີນທາງໄປເຮັດວຽກ ຢູ່ບໍລິເວນເສັ້ນທາງດັ່ງກ່າວ ຫຼື ຂຶ້ນໄປຈຸດຊົມວິວ ແລ້ວກັບຄືນ ໂດຍບໍ່ໄດ້ຂ້າມພູເກົ້າຫຼັກ ແມ່ນຈະບໍ່ໄດ້ເສຍຄ່າຜ່ານທາງ.

ແຫຼ່ງຂໍ້ມູນຂ່າວ: ຂປລ

 ພາບ: ວຽງຈັນທາຍ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article