ໂຄງການກໍ່ສ້າງ ແລະ ບູລະນະສ້ອມແປງທາງຫລວງແຫ່ງຊາດ ເລກທີ 22 ເລີ່ມແຕ່ ສາມແຍກທາງ 13 ເໜືອ ບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ (ເສັ້ນທາງພູ 9 ຫລັກ) ຫາ ທາງແຍກ ບ້ານປົ່ງດົງ ເມືອງນານ ແຂວງຫລວງພະບາງ ໄລຍະທາງທັງໝົດ 68,5 ກິໂລແມັດ, ປັດຈຸບັນ ກໍາລັງດຳເນີນການກໍ່ສ້າງ, ສ້ອມແປງ ຄາດວ່າ ຈະສຳເລັດ 100% ໃນເດືອນພຶດສະພາ 2026 ທີ່ຈະມາເຖິງນີ້.

ທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວ ໃນວັນທີ 30 ທັນວາ 2026 ນີ້ວ່າ: ໃນໄລຍະຜ່ານມາ ເສັ້ນທາງຫລວງແຫ່ງຊາດ ເລກທີ 22 ໂດຍສະເພາະ ເສັ້ນທາງພູ 9 ຫລັກ ໄດ້ຮັບຜົນກະທົບຈາກໄພທຳມະຊາດ (ຝົນຕົກ, ດິນເຈື່ອນທັບຖົມທາງ, ຖົມຮ່ອງນໍ້າ) ເຮັດໃຫ້ທາງເປ່ເພ, ສ້າງຄວາມຫຍຸ້ງຍາກໃນການສັນຈອນໄປ-ມາຂອງຜູ້ໃຊ້ລົດໃຊ້ຖະໜົນ. ພາຍຫລັງ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການກໍ່ສ້າງ ແລະ ບູລະນະສ້ອມແປງທາງຫລວງແຫ່ງຊາດ ເລກທີ 22 ກັບບໍລິສັດພັດທະນາສາມຫລ່ຽມເສດຖະກິດຄົບວົງຈອນ ຈໍາກັດ ແລະ ໄດ້ເລີ່ມລົງມືບູລະນະສ້ອມແປງ ໃນຕົ້ນເດືອນຕຸລາ 2025 ຊຶ່ງບໍລິສັດເປັນຜູ້ລົງທຶນ 100%. ມາຮອດປັດຈຸບັນ, ສາມາດແກ້ໄຂເສັ້ນທາງທີ່ເປ່ເພ ໃຫ້ສາ ມາດໄປ-ມາ ໄດ້ສະດວກໃນເບື້ອງຕົ້ນແລ້ວ ແລະ ກໍາລັງສືບຕໍ່ປູຢາງ ຢູ່ເສັ້ນທາງພູ 9 ຫລັກ ຈຸດທີ່ມີຄວາມຫຍຸ້ງຍາກ (ຈຸດຄ້ອຍຊັນ) ຄາດວ່າຈະສຳເລັດໃນຕົ້ນເດືອນມັງກອນ 2026 ແລະ ຄາດວ່າ ຈະໃຫ້ສຳເລັດ 100% ນັບແຕ່ສາມແຍກທາງ 13 ເໜືອ ບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ ຫາ ທາງແຍກ ບ້ານປົ່ງດົງ ເມືອງນານ ແຂວງຫລວງພະບາງ ໄລຍະທາງທັງໝົດ 68,5 ກິໂລແມັດ ໃຫ້ໄດ້ມາດຕະຖານອາຊຽນ, ສາມາດຮັບນໍ້າໜັກ 11 ໂຕນຕໍ່ເພົາ ໃນເດືອນພຶດສະພາ 2026 ທີ່ຈະມາເຖິງນີ້.

ພາຍຫລັງສຳເລັດ ການປັບປຸງສ້ອມແປງ ເສັ້ນທາງດັ່ງກ່າວແລ້ວ, ບໍລິສັດພັດທະນາສາມຫລ່ຽມ ເສດຖະກິດຄົບວົງຈອນ ຈໍາກັດ ຈະສະເໜີເຖິງລັດຖະບານ ເພື່ອອະນຸມັດ ຂໍເກັບເງິນຄ່າຜ່ານທາງດັ່ງ ກ່າວ, ຊຶ່ງຈະຕັ້ງຈຸດເກັບເງິນ ຢູ່ເທິງພູ 9 ຫລັກ (ຈຸດຊົມວິວ). ໃນນີ້, ຍົກເວັ້ນລົດປ້າຍແດງ, ປ້າຍຟ້າ, ເກັບສະເພາະລົດສ່ວນຕົວ (ປ້າຍເຫລືອ) ແລະ ລົດທີ່ດຳເນີນທຸລະກິດ(ປ້າຍຂາວ). ໃນກໍລະນີ ປະຊາຊາຊົນ, ພະນັກງານ, ທະຫານ-ຕ່ຳຫລວດ ທາງເບື້ອງແຂວງວຽງຈັນ ແລະ ເບື້ອງແຂວງຫລວງພະບາງ ມີຈຸດປະສົງເດີນທາງໄປເຮັດວຽກ ຢູ່ບໍລິເວນເສັ້ນທາງດັ່ງກ່າວ ຫລື ຂຶ້ນໄປຈຸດຊົມວິວ ແລ້ວກັບຄືນ ໂດຍບໍ່ໄດ້ຂ້າມພູ 9 ຫລັກ ແມ່ນຈະບໍ່ໄດ້ເສຍຄ່າຜ່ານທາງ.

ຂ່າວ: ທະນູທອງ




