
ຂປລ. ໃນວັນທີ 21 ພະຈິກ 2025, ກະຊວງການຕ່າງປະເທດ ນໍາໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງປະທານຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຍັງຕົກຄ້າງຢູ່ ສປປ ລາວ (ຄຊກລ) ພ້ອມດ້ວຍຫ້ອງການ ຄຊກລ ໄດ້ນໍາພາຄະນະທູຕານຸທູດ, ອົງການ ສະຫະປະຊາຊາດ ແລະ ອົງການ ຈັດຕັ້ງສາກົນ ລົງຢ້ຽມຢາມພາກສະໜາມ ການປະຕິບັດງານການສໍາຫລວດ-ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຂອງສູນເເກ້ໄຂລະເບີດບໍ່ທັນແຕກ ແລະ ຝຶກອົບຮົມບັນເທົາໄພພິບັດກອງທັບ (ສູນ 523) ຢູ່ເມືອງກາສີ, ແຂວງວຽງຈັນ ເຊິ່ງການຢ້ຽມຢາມດັ່ງກ່າວ, ເປັນກິດຈະກຳປິ່ນອ້ອມຂອງ ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 14 ທີ່ຈັດຂຶ້ນໃນລະຫວ່າງວັນທີ 18-20 ພະຈິກ 2025 ທີ່ ນະຄອນຫລວງວຽງຈັນ.

ຈຸດປະສົງຫລັກຂອງການຢ້ຽມຢາມພາກສະໜາມຄັ້ງນີ້, ເພື່ອສະແດງໃຫ້ເຫັນການປະຕິບັດງານຕົວຈິງຂອງນັກສໍາຫລວດກວດກູ້ລະເບີດແຫ່ງຊາດ ໂດຍສະເພາະແມ່ນ ສູນເເກ້ໄຂລະເບີດບໍ່ທັນແຕກ ແລະ ຝຶກອົບຮົມບັນເທົາໄພພິບັດກອງທັບ (ສູນ 523). ການຢ້ຽມຢາມໃນຄັ້ງນີ້, ໄດ້ເປີດໂອກາດໃຫ້ຄະນະຜູ້ແທນຂັ້ນສູງໄດ້ເຫັນ ການປະຕິບັດງານການສໍາຫລວດກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ໂດຍກົງ ແລະ ທົບທວນປະສິດທິຜົນຂອງການຈັດຕັ້ງປະຕິບັດ ການຊ່ວຍເຫລືອຈາກສາກົນໃນການປະກອບສ່ວນເຂົ້າໃນໜຶ່ງວຽກງານທີ່ສໍາຄັນ ແລະ ເປັນບຸລິມະສິດແຫ່ງຊາດ ກໍຄື ການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ການກະກຽມຮັບມືກັບໄພພິບັດ. ປະສົບການພາກສະໜາມນີ້ໄດ້ເນັ້ນຢໍ້າຄວາມໝັ້ນຄົງຂອງ ສປປ ລາວ ໃນການສ້າງຊຸມຊົນທີ່ປອດໄພ ແລະ ການຊຸກຍູ້ບຸລິມະສິດແຫ່ງຊາດ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ.

ໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕິກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ເຖິງຄວາມພະຍາຍາມຂອງບັນດາອົງການປະຕິບັດງານ ແລະ ພະນັກງານປະຕິບັດງານໃນຂະແໜງການດັ່ງກ່າວ ໂດຍໄດ້ເນັ້ນເຖິງການປະກອບສ່ວນອັນລ້ຳຄ່າຂອງພະນັກງານທຸກຄົນ ບໍ່ວ່າຈະເຮັດວຽກກ່ຽວກັບການສຳຫລວດ, ການກວດກູ້, ການໃຫ້ຄວາມຮູ້ດ້ານຄວາມສ່ຽງຈາກລະເບີດ ຫລື ການຊ່ວຍເຫລືອຜູ້ເຄາະຮ້າຍອີກດ້ວຍ. ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະທີ່ຜ່ານມາໃນແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ.

ໃນລະຫວ່າງການຢ້ຽມຢາມ, ທີມນັກສໍາຫລວດກວດກູ້ລະເບີດງານຂອງ ສູນ 523 ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງສູນ ເຊິ່ງໄດ້ເນັ້ນເຖິງຜົນສໍາເລັດ, ການຕີລາຄາ ແລະ ຂໍ້ຄົງ ຄ້າງຕ່າງໆ ຜ່ານການຈັດການສະແດງພາບການປະຕິບັດງານ ແລະ ຕົວຢ່າງຂອງການສຳຫລວດກວດກູ້ລະເບີດບໍ່ທັນແຕກ. ການນຳສະເໜີຍັງໄດ້ສະທ້ອນໃຫ້ເຫັນເຖິງຜົນກະທົບຂອງວຽກງານກວດກູ້ ລບຕ ຕໍ່ກັບການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຂອງ ສປປ ລາວ ໂດຍສະເພາະເປົ້າໝາຍ ປພຍ ແຫ່ງຊາດ ເປົ້າໝາຍທີ 18- ຊີວິດທີ່ປອດໄພຈາກ ລບຕ (SDG 18).

ນອກຈາກມີການວາງສະແດງອຸປະກອນ ຜົນງານຕ່າງໆທີ່ກ່ຽວຂ້ອງ ລວມທັງ ການຈຳລອງການສຳຫລວດພື້ນທີ່ ເພື່ອນຳສະເໜີວຽກງານກວດກູ້ ລບຕ ໃຫ້ຄະນະຜູ້ແທນໄດ້ເຫັນພາບຕົວຈິງ, ສູນ 523 ຍັງໄດ້ຈັດກິດຈະກຳສາທິດຂຶ້ນ ແລະ ໄດ້ເຊື້ອເຊີນ ທ່ານຮອງລັດຖະມົນຕີກະຂວງການຕ່າງປະ ເທດ ແລະ ຜູ້ຕາງໜ້າຈາກ ອົງການ KOICA ກົດປຸ່ມຄວບຄຸມທາງໄກ ເພື່ອດໍາເນີນການທຳລາຍລູກລະເບີດທີ່ບໍ່ທັນແຕກຢ່າງປອດໄພ. ການຢ້ຽມຢາມຄັ້ງນີ້, ໄດ້ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນເລິກເຊິ່ງ ຕໍ່ວຽກງານມະນຸດສະທຳ ແລະ ການພັດທະນາຊາດ ໂດຍໄດ້ເປີດໂອກາດໃຫ້ບັນດາຄູ້ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນໄດ້ເຫັນການປະຕິບັດງານໂດຍກົງ. ນອກນັ້ນ, ການຢ້ຽມຢາມຄັ້ງນີ້ໄດ້ເສີມສ້າງ ຄວາມໂປ່ງໃສ ແລະ ສົ່ງເສີມ ການສົນທະນາຍຸດທະສາດ ສໍາລັບການຮ່ວມມືໃນອະນາຄົດ.




