24 C
Vientiane
ວັນທີ 12 January, 2026

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳຄຸກຊາຍສັນຊາດໄທ ແລະ ຈີນ ລະເມີດກົດຈະລາຈອນ ແລະ ຄະດີສໍ້ໂກງຊັບ

Must read

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 25 ທັນວາ 2025 ສານປະຊາຊົນ ແຂວງວຽງຈັນ ຕັດສິນຈຳເລີຍ ຈຳນວນ 5 ຄົນ ຄື:

– ທ້າວ ຂະຈອນລາບ ອາຍຸ 41 ປີ ເຊືອຊາດ- ສັນຊາດ ໄທ ອາຊີບກຳມະກອນ ຢູ່ບ້ານ ຂອນແກ່ນ ອຳເພີ ບ້ານຝັ່ງ ຈັງຫວັດຂອນແກ່ນ (ປະເທດໄທ ) ຖືກກັກຕົວໃນວັນທີ 5 ມັງກອນ 2025 ໃນຂໍ້ກ່າວຫາ ລະເມີດກົດຈະລາຈອນພາໃຫ້ເກີດອຸປະຕິເຫດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫລະພາບ ຈຳເລີຍ ຈຳຄຸກ 11 ເດືອນ ປັບໄໝ 5 ລ້ານກີບ.

– ທ້າວວັນມຸງຫຸຍ ອາຍຸ 27 ປີ ສັນຊາດຈີນ ອາຊີບກຳມະກອນ ປັດຈຸບັນພັກເຊົາຢູ່ບ້ານ ຫ້ວຍນໍ້າເຢັນ ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ ຖືກກັກຕົວໃນວັນທີ 6 ມັງກອນ 2025 ໃນຂໍ້ກ່າວຫາ ລະເມີດກົດຈະລາຈອນພາໃຫ້ເກີດອຸປະຕິເຫດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ຈຳຄຸກ 1 ປີ 6 ເດືອນ ປັບໄໝ 5 ລ້ານກີບ.

– ທ້າວ ຮ່ວງຈີເຊິງ ອາຍຸ 41 ປີ ສັນຊາດຈີນ ອາຊີບ ນັກທຸລະກິດ ປັດຈຸບັນພັກເຊົາຢູ່ບ້ານ ດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຖືກກັກຕົວໃນວັນທີ 14 ພຶດສະພາ 2024 ໃນຂໍ້ກ່າວຫາ ສໍ້ໂກງຊັບ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫລະພາບ ຈຳເລີຍ ຈຳຄຸກ 4 ປີ ປັບໄໝ 15 ລ້ານກີບ.

– ທ້າວ ເຂົາຊາຍ ອາຍຸ 34 ປີ ອາຊີບເຮັດນາ ແລະ ທ້າວ ທອງສະຫວັນ ອາຍຸ 55 ປີ ອາຊີບ ເຮັດນາ ພວກກ່ຽວທັງ 2 ຄົນ ຢູ່ບ້ານ ນາໝາກ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 11 ພະຈິກ 2024 ໃນຂໍ້ກ່າວຫາ ຄ້າຂາຍຢາບ້າ ສານປະຊາຊົນແຂວງວຽງຈັນຕັດສິນລົງໂທດຕັດອິດສະ ຫລະພາບ ທ້າວເຂົາຊາຍ ຈໍາຄຸກ 5 ປີ ປັບໄໝ 10 ລ້ານກີບ, ສວ່ນທ້າວ ທອງສະຫວັນ ຈໍາເລີຍຈໍາຄຸກ ຕະຫລອດຊີວິດ.

ພາບ: ຂ່າວ ປກສ ແຂວງວຽງຈັນ





More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article