ໃນວັນທີ 25 ທັນວານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂຮງໝໍສາກົນ-ຄໍາມ່ວນ ຢູ່ທີ່ເມືອງທ່າແຂກ ແຂວງຄຳມ່ວນ, ໂດຍໃຫ້ການຕ້ອນຮັບຂອງທ່ານ ແກ້ວອຸດົມ ລອດທຳມະວົງ ຜູ້ອຳນວຍການໂຮງໝໍສາກົນ-ຄໍາມ່ວນ, ມີບັນດາຜູ້ລົງທຶນ ແລະ ພະນັກງານ ແພດ-ໝໍ ເຂົ້າຮ່ວມ.

ໂຮງໝໍສາກົນ-ຄໍາມ່ວນ ແມ່ນໂຮງໝໍຂອງກຸ່ມທຸລະກິດຊາວຈີນ ທີ່ດໍາເນີນກິດຈະການຢູ່ປະເທດລາວ ຕາມໂຄງການ ໜຶ່ງແລວໜຶ່ງເສັ້ນທາງ, ຕັ້ງຢູ່ບ້ານ ສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ, ກວມເອົາເນື້ອທີ່ 20,000 ຕາແມັດ, ດ້ວຍເງິນລົງທຶນ 10 ລ້ານໂດລາສະຫະລັດ. ໂຮງໝໍແຫ່ງນີ້, ມີສິ່ງອໍານວຍຄວາມສະດວກໃນການຮັກສາສຸຂະພາບຄົບວົງຈອນ, ມີເຄື່ອງມືອຸປະກອນການແພດທີ່ທັນສະໄໝ, ມີແພດໝໍ, ພະຍາບານ ທີ່ມີຄວາມຊໍານານ, ດ້ານອາຄານສະຖານທີ່ມີການອອກແບບ-ກໍ່ສ້າງທີ່ໄດ້ມາດຕະຖານ, ເປັນໂຮງໝໍເອກະຊົນແຫ່ງທໍາອິດ ໃນແຂວງຄໍາມ່ວນ, ສ້າງຂຶ້ນເພື່ອເປັນທາງເລືອກໜຶ່ງທີ່ສໍາຄັນໃຫ້ຜູ້ທີ່ມາໃຊ້ບໍລິການ ໂດຍສະເພາະແມ່ນພໍ່ແມ່ປະຊາຊົນທຸກຊັ້ນຄົນໃນສັງຄົມ ແລະ ບັນດາແຂວງທີ່ໃກ້ຄຽງ ໄດ້ມີທາງເລືອກເຂົ້າເຖິງການບໍລິການທີ່ມີຄຸນນະພາບ.

ໂຮງໝໍສາກົນ-ຄໍາມ່ວນ ເປັນອາຄານ 5 ຊັ້ນ, ມີ 100 ຕຽງ, ມີພະນັກງານທັງໝົດ 100 ກວ່າຄົນ. ໃນນີ້, ມີພະນັກງານ ທັງຄົນລາວ ແລະ ມາຈາກ ສປ ຈີນ ຈຳນວນໜຶ່ງ, ປະກອບມີ: ພະແນກພາຍໃນ, ພາຍນອກ, ພະແນກກະດູກ, ປະສູດ ແລະ ພະຍາດຍິງ (ໃຫ້ຄໍາປຶກສາຜູ້ທີ່ມີລູກຍາກ), ແພດພື້ນເມືອງຈີນ, ພະແນກຜ່າຕັດ ແລະ ອື່ນໆ.
(ຂ່າວ-ພາບ: ກອງຄໍາ)



