18 C
Vientiane
ວັນທີ 26 December, 2025

5 ປີ ແຂວງຄໍາມ່ວນ ສາມາດແກ້ໄຂໜີ້ສິນ ຫລຸດລົງ 45%

Must read

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໄລຍະແຕ່ປີ 2021-2025 ແຂວງຄໍາມ່ວນ ສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1.079,47 ຕື້ກີບ, ທຽບໃສ່ປີ 2021 (ຈຳນວນໜີ້ສິນ 1.962,89 ຕື້ກີບ) ຫລຸດລົງ 45%, ຊຶ່ງປັດຈຸບັນໜີ້ສິນຂອງແຂວງຍັງເຫລືອ 883,53 ຕື້ກີບ.

ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງ ແຂວງຄໍາມ່ວນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ IV ໃນວັນທີ 24 ທັນວາ 2025 ນີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດບັນດາຄາດໝາຍ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງແຂວງຄຳມ່ວນ ໄລຍະ 5 ປີ (2021-2025), ປະຈໍາປີ 2025, ລວມຍອດຜະລິດຕະພັນພາຍໃນທັງໝົດ 5 ປີ ມູນຄ່າ 96,119 ຕື້ກີບ. ໃນປີ 2025 ເຫັນໄດ້ວ່າເສດຖະກິດຂອງແຂວງ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນໄລຍະທ້າຍປີຂອງແຜນແມ່ນຢູ່ໃນລະດັບ 6,2% (ແຜນການ 6% ຂຶ້ນໄປ). ລວມຍອດຜະລິດຕະພັນພາຍໃນບັນລຸ 26.772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 58,1 ລ້ານກີບຕໍ່ຄົນຕໍ່ປີ, ອັດຕາເງິນເຟີ້ສະເລ່ຍ 5 ປີ ຜ່ານມາແມ່ນ 20,39%. ປັດໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕ ແມ່ນມາຈາການຜະລິດສະບຽງອາຫານ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກຈຳນວນໜຶ່ງ, ການຜະລິດຂະແໜງໄຟຟ້າ ແລະ ບໍ່ແຮ່, ອຸດສາຫະກຳປຸງແຕ່ງ, ການຂົນສົ່ງ ແລະ ການທ່ອງທ່ຽວ.

ສ່ວນດ້ານລາຍຮັບງົບປະມານ ໄລຍະ 5 ປີ ຜ່ານມາ ປະຕິບັດໄດ້ 12.632 ຕື້ກີບ ເທົ່າກັບ 128% ຂອງແຜນການ 5 ປີ ເທົ່າກັບ 13,14% ຂອງຈີດີພີ (ແຜນການ 5 ປີ ໃຫ້ໄດ້ 9.845 ຕື້ກີບ ເທົ່າກັບ 13,84% ຂອງຈີດີພີ). ສຳລັບປີ 2025 ປະຕິບັດໄດ້ 5.597 ຕື້ກີບ ເທົ່າກັບ 140% ຂອງແຜນການປີ ຫລື ເທົ່າກັບ 20,91% ຂອງຈີດີພີ (ແຜນການປີ 3.973 ຕື້ກີບ ຫລື ເທົ່າກັບ 15,43% ຂອງຈີດີພີ). ດ້ານລາຍຈ່າຍ ໄລຍະ 5 ປີ ຄາດວ່າຈະສາມາດປະຕິບັດລາຍຈ່າຍໄດ້ທັງໝົດ 4.539 ຕື້ກີບ ເທົ່າກັບ 99,15% ຫລື ເທົ່າກັບ 4,72% ຂອງຈີດີພີ (ແຜນການ 5 ປີ 4.578 ຕື້ກີບ ຫລື ເທົ່າກັບ 6,44% ຂອງຈີດີພີ). ປີ 2025 ປະຕິບັດໄດ້ 1.263 ຕື້ກີບ ເທົ່າກັບ 81% ຫລື ເທົ່າກັບ 4,71% ຂອງ ຈີດີພີ (ແຜນການປີ 1.544 ຕື້ກີບ ຫລື ເທົ່າກັບ 6% ຂອງຈີດີພີ). ລາຍຈ່າຍສ່ວນໃຫຍ່ຍັງແມ່ນບັນດາລາຍຈ່າຍບຸລິມະສິດຂອງລັດຖະບານ ເຊັ່ນ: ການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະ ລວມທັງການປະຕິບັດເງິນອຸດໜູນ ຕໍ່ຄູອາສາສະໝັກ, ການຊຳລະໜີ້ຕາມຂໍ້ຜູກພັນສັນຍາ, ລາຍຈ່າຮັບໃຊ້ວັນສຳຄັນຂອງຊາດ ແລະ ການເຄື່ອນໄຫວຂອງບັນດາກົງຈັກຂອງພັກ-ລັດຖະບານ ແລະ ອື່ນໆ.

ທ່ານ ສົມສະອາດ ອຸ່ນສີດາ ກ່າວຕື່ມວ່າ: ພ້ອມນີ້, ແຂວງຄໍາມ່ວນ ໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງບັນດາພື້ນຖານໂຄງລ່າງ ທີ່ຈໍາເປັນຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກ, ເຂດລຽບຕາມຊາຍແດນ ແລະ ເຂດຈຸດສຸມພັດທະນາຊົນນະບົດໃໝ່ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມຄວາມສາມາດຕົວຈິງງົບປະມານຂອງລັດ ພ້ອມທັງລະດົມການຊ່ວຍເຫລືອຈາກຕ່າງປະເທດ ແລະ ປຸກລະດົມທົ່ວສັງຄົມ ມີສ່ວນຮ່ວມໃນວຽກງານດັ່ງກ່າວຫລາຍຂຶ້ນ. ຜ່ານການປະເມີນສາມາດຮັບຮອງເມືອງພົ້ນທຸກໄດ້ 7 ເມືອງ, ສ້າງຄອບຄົວພັດທະນາໃໝ່ໄດ້ 72,5%, ສ້າງບ້ານພັດທະນາເພີ່ມຂຶ້ນ 260 ບ້ານ ລື່ນແຜນການ 195%, ສ້າງຄອບຄອບພົ້ນທຸກໄດ້ 86,4%, ສ້າງບ້ານພົ້ນທຸກໄດ້ 480 ບ້ານ ເທົ່າກັບ 84,2%. ປີ 2025 ການສ້າງຄອບຄົວພົ້ນທຸກ ປະຕິບັດໄດ້ 3.001 ຄອບຄົວ ເທົ່າກັບ 34% ຂອງແຜນການ, ສ້າງບ້ານພົ້ນທຸກໄດ້ 13 ບ້ານ ເທົ່າກັບ 14,44% ແລະ ສ້າງຄອບຄົວພັດທະນາໄດ້ 2.009 ຄອບຄົວ ເທົ່າກັບ 235,5% ຂອງແຜນການ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article