ວັນທີ 22 ພະຈິກ 2025 ລັດຖະບານມຽນມາ ແລະ ກອງກຳລັງບີຈີເອຟ ໄດ້ຈັດພິທີທຳລາຍໂທລະສັບມືຖື 20,000 ໜ່ວຍ, ຄອມພີວເຕີ 2,000 ຊຸດ ແລະ ອຸປະກອນອີເລັກໂທນິກອື່ນໆອີກຈຳນວນໜຶ່ງ ທີ່ຍືດໄດ້ໃນການປາບປາມສະແກມເມີ ໃນພື້ນທີ່ຊະເວກົກໂກ່ ແຂວງເມຍວະດີ ປະເທດມຽນມາ ໃນວັນທີ 18 ພະຈິກ ທີ່ຜ່ານມາ. ນອກນີ້ຍັງສາມາດຈັບກຸມຕົວຜູ້ກະທຳຜິດແກ້ງສະແກ້ມເມີຊາວຕ່າງຊາດໄດ້ 1,540 ຄົນ.






