18 C
Vientiane
ວັນທີ 26 December, 2025

ປກສ ແຂວງວຽງຈັນ ກັກຕົວຜູ້ຄ້າຂາຍ ແລະ ຜະລິດຢາບ້າ ພ້ອມຂອງກາງເຄື່ອງຜະລິດຢາບ້າ ແລະ ຢາເສບຕິດຫລາຍລາຍການ

Must read

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 10 ພະຈິກ 2025 ເວລາປະມານ 09:30 ນາທີ ເຈົ້າໜ້າທີ່ ວິຊາສະເພາະກອງບັນຊາການ ປກສ ແຂວງວຽງຈັນ ໄດ້ສົມທົບກັບເຈົ້າໜ້າທີ່ຕຳຫລວດ ປກສ ເມືອງໂພນໂຮງ ເຂົ້າກວດຄົ້ນເຮືອນເປົ້າໜາຍຜະລິດຢາບ້າ ຢູ່ບ້ານແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ຈຳນວນ 4 ຄົນມີຄື: ນາງຊົ່ວເຮີ (ເຈົ້າຂອງເຮືອນເປັນຜູ້ຜະລິດຢາບ້າ) , ທ້າວຫຼົງລໍ່, ທ້າວໄທລໍ່ (ທັງ 2 ຄົນເປັນກໍາມະກອນ), ທ້າວຕູ່ລໍ່ (ເປັນລູກຂອງນາງ ຊົ່ວເຮີ).

ຜ່ານການກວດຄົ້ນໄດ້ພົບເຫັນວັດຖຸຂອງກາງ, ອຸປະກອນ ແລະ ເຄື່ອງປະສົມໃນການຜະລິດຢາບ້າຄື:

– ໂຮງປໍ້າຢາໃຫຍ່ 1 ຊຸດ,

– ໂຮງບົດ(ໂຮງປະສົມ) 2ໂຮງ,

– ແກນຕອກຈຳນວນ 54 ອັນ, ຈວຍ 2 ອັນ,

– ຫົວປໍ້າ 2 ຫົວ, ແປ້ງສີແດງ 32 ກິໂລກຣາມ,

– ຢາບ້າທີ່ອັນເປັນເມັດແລ້ວ 1,9 ກິໂລກຣາມ,

– ຢາໄອສ໌ 2,2 ກິໂລກຣາມ,

– ນໍ້າຢາເບສໂອເດີແກ້ວນ້ອຍ 259 ແກ້ວ,

– ແປ້ງສີຂາວ 1,5 ກິໂລກຣາມ,

– ລົດກະບະຍີ່ຫໍ້ ໂຕໂຍຕ້າ ລີໂວ ສີຂາວ ປ້າຍທະບຽບ ກໍາແພງນະຄອນ ກພ 3009 ຈຳນວນ 1 ຄັນ

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ນາງ ຊົ່ວເຮີໄດ້ໃຫ້ການຮັບສະລະພາບວ່າ: ໂຮງຜະລິດຢາບ້າ,ອຸປະກອນ ແລະ ເຄື່ອງປະສົມຜະລິດຢາບ້າຈຳນວນດັ່ງກ່າວ, ແມ່ນຂອງທ້າວ ສາຍຢາງ ແລະ ຜູ້ກ່ຽວໄດ້ຊື້ຢາໄອສ໌ນຳ ທ້າວ ວີວ່າງ ເພື່ອມາປະສົມໃສ່ຢາບ້າ.

ວັນທີ 11 ພະຈິກ 2025 ເຈົ້າໜ້າທີ່ຕຳຫຼວດ ເຂົ້າກວດຄົ້ນຕົວ ແລະ ເຮືອນຂອງທ້າວວີວ່າງ ຢູ່ບ້ານ ນາສ້ຽວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຜ່ານການກວດຄົ້ນພົບຢາໄອສ໌ ຈຳນວນ 01 ຖົງ ນໍ້າໜັກ 10,20 ກຣາມ.

ຮອດເວລາ 18:50 ນາທີ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶ່ງໄດ້ສືບຕໍ່ຂະຫຍາຍຜົນ ຈັບຕົວທ້າວ ສາຍຢາງ ພ້ອມຂອງກາງຢາໄອສ໌ ຈຳນວນ 2 ກິໂລກຣາມ ແລະ ປືນສັ້ນຍີ່ຫໍ້ ຊິກຊາວເອີ 1 ກະບອກ ພ້ອມດ້ວຍລູກ ຈຳນວນ 11 ລູກ.

ກວດຄົ້ນຫ້ອງແຖວທີ່ຜູ້ກ່ຽວພັກເຊົ່າຢູ່ຂອບເຂດບ້ານ ດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜ່ານການກວດຄົ້ນພົບຄໍລາເຈນ 8 ຊອງ, ເຄຕາມິນກ້ອນສີຂາວ 1 ຖົງ ນໍ້າໜັກ 2,5 ກຣາມ, ແປ້ງຝຸ່ນສີຂາວ ນໍ້າໜັກ 450 ກຣາມ ແລະແປ້ງຝຸນສີງາຊ້າງ 01 ຖົງ ນໍ້າໜັກ 350 ກຣາມ ຢູ່ໃນຫ້ອງ.

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ສືບຕໍ່ຂະຫຍາຍຜົນນຳຕົວທ້າວ ສາຍຢາງ ໄປກວດຄົ້ນຫ້ອງແຖວອີກຫ້ອງໜຶ່ງຢູ່ບ້ານ ຫ້ວຍແດນເມືອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເປັນຫ້ອງແຖວທີ່ທ້າວ ສາຍຢາງ ເຊົ່າໄວ້ເກັບຢາເສບຕິດ ຜ່ານການກວດຄົ້ນຈຶ່ງພົບເຫັນ:

– ຢາໄອສ໌ 7 ກິໂລກຣາມ,

– ເຮໂລອິນ 8 ແທ່ງ ນໍ້າໜັກ 3,6 ກິໂລກຣາມ,

– ຢາບ້າຈຳນວນ 3 ມັດ ເທົ່າກັບ 6,000ເມັດ,

– ກ້ອນສີນໍ້າຕານ 1 ຖົງ ນໍ້າໜັກ 245 ກຣາມ,

– ກ້ອນສີຂາວ 2 ຖົງ ນໍ້າໜັກ 147,5 ກຣາມ,

– ເມັດສີຂາວ 01 ຖົງ ນໍ້າໜັກ 440 ກຣາມ,

– ຄໍລາເຈນ 110 ຊອງ,

– ເຄື່ອງລີດຄໍລາເຈັນ 1 ເຄື່ອງ,

– ແປ້ງຝຸ່ນສີຂາວ 01 ຖົງໃຫຍ່ ແລະ 35 ຖົງນ້ອຍ (ນໍ້າໜັກລວມ 40 ກຣາມ)

ຊຸກເຊື່ອງຢູ່ໃນຫ້ອງຂອງທ້າວ ສາຍຢາງ ລວມຢາໄອສ໌ທີ່ຜູ້ກ່ຽວມີທັງໜົດ 9 ກິໂລກຣາມ ແລະ ຄໍລະເຈັນທັງໝົດ 118 ຊອງ.

ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ຕຳຫຼວດພວມດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ໜັງສືພິມລາວພັດທະນາ Laophattana News 

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article