
ຂປລ. ໃນກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ວັນທີ 23 ທັນວາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ)ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ທາງດ້ານແນວຄິດຈິນຕະນາການຂອງ ພະສົງ-ສາມະເນນ, ພໍ່ຂາວ, ແມ່ຂາວ, ພຸດທະສາສະນິກະຊົນ ໂດຍການສ້າງແນວຄິດເຊື່ອມຊຶມມູນເຊື້ອຂອງພັກ, ຂອງຊາດ ແລະ ຄວາມເປັນມາຂອງພຸດທະສາສະໜາ, ດຶງດູດສັດທາຂອງປະຊາຊົນ ຕໍ່ພຸດທະສາສະໜາ, ຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກຂອງລັດ, ມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ, ມີສະຕິເຄົາລົບປະຕິບັດພະທຳ, ວິໄນ, ທຳມະນູນປົກຄອງສົງລາວ ແລະ ລະບຽບກົດໝາຍ, ເພີ່ມຄວາມກະຕືລືລົ້ນ ໃນການພັດທະນາອົງການພຸດ ແລະ ພັດທະນາບຸກຄະລາກອນສົງ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ອື່ນໆ.

ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ ອພສ ຍາດມາໄດ້ໃນໄລຍະ 5 ປີຜ່ານມາ, ພ້ອມທັງໃຫ້ເອົາໃຈໃສ່ສືບຕໍ່ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍທີ່ວາງໄວ້ ແລະ ໃຫ້ສືບຕໍ່ເທດສະໜາສັ່ງສອນອອກຕົນຍາດໂຍມ ດ້ວຍຮູບການຕ່າງໆ, ເທດສະໜາຜ່ານສື່ຕ່າງໆໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ທົ່ວເຖິງ; ປຸກລະດົມຂົນຂວາຍພຸດທະສາສະ ນິກະຊົນເຂົ້າໃນການຈັດຕັ້ງປະຕິບັດມະຕິຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນ ຕົ້ນ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ໄດ້ຮັບການຍົກສູງໃຫ້ເຂັ້ມແຂງຂຶ້ນໄປເລື້ອຍໆ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈບາບ, ບຸນ, ຄຸນໂທດ, ຮູ້ເສີມສ້າງຄຸນນະທຳ, ປັບປຸງຮູບການ ແລະ ວິທີການເທດສະໜາສັ່ງສອນ ຄໍາເວົ້າໃຫ້ເຂົ້າໃຈງ່າຍ ສາມາດນໍາໄປປະພຶດປະຕິບັດໃຫ້ເກີດປະໂຫຍດໃນຊີວິດປະຈຳວັນໃຫ້ເປັນຮູບປະທໍາ; ການເຮັດ ບຸນ ແລະ ພິທີທາງພຸດທະສາສະໜາ ຖືວ່າ ຫລາຍ ແລະ ກວ້າງຂວາງ ເຮັດແນວໃດ ເພື່ອປະຢັດເວລາລົງແຕ່ຮັກສາໄດ້ເນື້ອໃນ, ຄວນມີການດັດປັບໃຫ້ເຂົ້າກັບສະພາບໄລຍະໃໝ່, ອັນໃດຄວນໃຫ້ເປັນລັກ ສະນະມວນຊົນ, ອັນໃດທາງການ ແລະ ອັນໃດຄວນເຊີນສູນກາງ, ອັນໃດຄວນມອບທ້ອງຖິ່ນ ຄວນກໍານົດຢ່າງຈະແຈ້ງ. ພ້ອມນີ້, ກຳມະການອົງການພຸດທະສາສະໜາແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ນໍາເອົາເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນສົງທົ່ວປະເທດ ຄັ້ງທີ IX ໄປຈັດຕັ້ງຜັນຂະຫຍາຍ ນໍາເຂົ້າສູ່ພາກປະຕິບັດຕົວຈິງໃຫ້ໄດ້ຮັບຜົນດີ ດ້ວຍການນໍາພາເຜີຍແຜໃຫ້ພະສົງ-ສາມະເນນ ແລະ ອອກຕົນຍາດໂຍມໃຫ້ເຂົ້າໃຈຢ່າງແຈ່ມແຈ້ງ ຕໍ່ມະຕິກອງປະຊຸມໃຫຍ່ ແລະ ປະຕິບັດໃຫ້ເຂົ້າສູ່ລວງເລິກ ແລະ ກວ້າງ ຂວາງ, ຮັບປະກັນການເຄື່ອນໄຫວ ໃຫ້ໄປຕາມທິດລວມຂອງພັກ ໂດຍສະເພາະ ແມ່ນໄປຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງຂອງພັກ ສະບັບທີ 3; ສືບຕໍ່ໃນການຈັດພິມຄຳພີພະໄຕປີດົກລາວ ໃຫ້ສຳເລັດຕາມແຜນ ເພື່ອເປັນຂໍ້ມູນໃຫ້ແກ່ອົງການຕ່າງໆ, ໂຮງຮຽນ, ສະຖາບັນການສຶກສາ ແລະ ສາສະນິກະຊົນ ຜູ້ທີ່ສົນໃຈ ໃນພຸດທະສາສະໜາທັງພາຍໃນ ແລະ ຕ່າງປະ ເທດ; ເອົາໃຈໃສ່ປົກປັກຮັກສາວັດວາອາຮາມ, ປູຊະນິຍະສະຖານ, ສະຖານທີ່ສັກກາລະບູຊາຂອງຊາດ, ຂອງທ້ອງຖິ່ນໃຫ້ໝັ້ນຄົງຖາວອນ; ສືບຕໍ່ປະກອບສ່ວນວຽກງານສັງຄົມສົງເຄາະ, ການບັນເທົາທຸກ ໃຫ້ຜູ້ປະສົບໄພທຳມະຊາດ ທີ່ອາດຈະເກີດຂຶ້ນ, ນັບທັງການຫັນປ່ຽນການນໍາໃຊ້ທະນາບັດເງິນກີບລາວ ໃນການເຮັດບຸນສິນກິນທານ ເປັນຕົ້ນ ເອົາເງິນເຮັດຕົ້ນເງິນ, ຕົ້ນຄໍາ, ເຮັດໝາກເບັງ, ຕົ້ນກາລະພຶກ ແລະ ອື່ນໆ; ປຸກລະດົມຂົນຂວາຍ ໃຫ້ຍາດໂຍມປະກອບສ່ວນປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຕົ້ນຂະບວນການ ສ້າງຄຸນງາມຄວາມດີ ຫລື ຮັກບ້ານເກີດ, ຜັນຂະຫຍາຍມະຕິ 04/ກມສພ ແລະ ມະຕິ 05/ລບ ກ່ຽວກັບ ສອຈ; ຊຸກຍູ້ໃຫ້ອອກຕົນຍາດໂຍມມີການຜະລິດຜ້າໄຕຈີວອນ ແລະ ເຄື່ອງສັງຂະທານ ທົດແທນການນໍາເຂົ້າເຄື່ອງດັ່ງກ່າວຈາກຕ່າງປະເທດ, ຊຸກຍູ້ການຜະລິດ ແລະ ຊື້ສິນຄ້າລາວໃຫ້ຫລາຍຂຶ້ນ; ສືບຕໍ່ລະດົມທຶນເຂົ້າມູນນິທິພຸດທະບັນດິດ (ມູນນິທິສົງ) ແລະ ກອງທຶນຂອງບັນດາກຳມາທິການທີ່ຕັ້ງຂຶ້ນແລ້ວໃຫ້ມີຈໍານວນເງິນເພີ່ມຂຶ້ນ ເພື່ອຮັບໃຊ້ການເຄື່ອນ ໄຫວວຽກງານງານ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໃຫ້ນັບມື້ນັບເຕີບໂຕຂຶ້ນ, ປະ ກອບສ່ວນໃນການປະຕິບັດສອງວາລະແຫ່ງຊາດຂອງລັດຖະບານ ໂດຍສະເພາະ ແມ່ນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍການເທດສັ່ງສອນປະຊາຊົນ, ຊາວໜຸ່ມເຍົາວະຊົນໃຫ້ຫ່າງໄກຈາກສິ່ງເສບຕິດ, ອົບຮົມຈິດໃຈປະຊາຊົນໃຫ້ປະຕິບັດຂະບວນການ 4 ບໍ່ ຄື: ບໍ່ເສບ, ບໍ່ຊື້, ບໍ່ຂາຍ ແລະ ບໍ່ຜະລິດ-ລຳລຽງຢາເສບຕິດ; ເພີ່ມທະວີການພົວພັນຮ່ວມມືກັບອົງການພຸດປະເທດເພື່ອນມິດຍຸດທະສາດ, ອົງການພຸດພາກພື້ນ ແລະ ສາກົນ ຕາມແນວທາງການຕ່າງປະເທດຂອງພັກ ເພື່ອຍາດແຍ່ງເອົາບົດຮຽນ, ເຕັກນິກວິທະຍາສາດ ແລະ ທຶນຮອນ ເພື່ອມາພັດທະນາວຽກງານອົງການພຸດສາສະໜາລາວເຮົາໃຫ້ມີການຫັນ ປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ; ເພີ່ມທະວີການພົວພັນຮ່ວມມືກັບບັນດາອົງການສົງລາວຢູ່ຕ່າງປະເທດ ໂດຍຜ່ານການເຄື່ອນໄຫວວຽກງານຂອງ ພະສະມະທູດລາວ ຢ່າງແຂງແຮງ; ຕ້ອງເປັນເຈົ້າການ ໃນການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາກຳມະການ ໂດຍສະເພາະການຊຸກຍູ້, ຕິດຕາມການຈັດຕັ້ງປະຕິດບັດທຳມະນູນສົງລາວ, ມະຕິກອງປະ ຊຸມໃຫຍ່, ແຜນພັດທະນາອົງການພຸດທະສາສະໜາ ໃນແຕ່ລະໄລຍະໃຫ້ເປັນປົກກະຕິ, ສືບຕໍ່ເກັບກຳສະພາບແນວຄິດ, ຄໍາຄິດຄໍາເຫັນ ແລະ ຫາງສຽງສັງຄົມຂອງພະສົງ-ສາມະເນນ, ອອກຕົນຍາດໂຍມ ທີ່ມີຕໍ່ການຈັດຕັ້ງ ແລະ ບຸກຄະລາກອນສົງ ເພື່ອແກ້ໄຂໃຫ້ທັນເວລາ. ກຳມະການສູນກາງອົງການພຸດທະສາສະໜາສຳພັນລາວ ຕ້ອງເປັນໃຈກາງເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນພາຍໃນ ຄະນະ ອພສ ແຕ່ລະຂັ້ນ, ພະສົງ-ສາມະເນນ ໃຫ້ໜັກແໜ້ນ ເພື່ອປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ມີຄຸນນະພາບໃໝ່ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

ທ່ານ ສອນໄຊ ສີພັນດອນ ຍັງໄດ້ເນັ້ນໃຫ້ກຳມະການສູນກາງອົງການພຸດທະສາສະໜາ ຊຸດໃໝ່ ໃຫ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ເທື່ອນີ້ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ກຳມະການອົງການພຸດທະສາສະໜາແຕ່ລະຂັ້ນ, ພະ ສົງ-ສາມະເນນ, ພຸດທະສາສະນິກະຊົນໃຫ້ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ເອກະພາບຕໍ່ ເນື້ອໃນ, ຄາດໝາຍສູ້ຊົນໃນຕໍ່ໜ້າ ເພື່ອສ້າງທັດສະນະ ແລະ ຄວາມຮັບຜິດຊອບໃນການນໍາພາຕົວຈິງ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານອົງການພຸດທະສາດສະໜາ; ຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນກຳມະການສູນກາງອົງການພຸດທະສາສະໜາ ກໍຄື ປະທານ-ຮອງປະທານ, ຄະນະບໍລິຫານງານປະຈຳການ ໃຫ້ລະອຽດ, ຈະແຈ້ງເພື່ອນໍາພາ-ຊີ້ນໍາວຽກງານ ອພສ, ຍາມໃດກໍ່ຕ້ອງຢຶດໝັ້ນ ແລະ ປະຕິບັດ ຢ່າງເຂັ້ມງວດ ຕໍ່ພະທໍາວິໄນ, ທຳມະນູນສົງລາວ, ບັນດາຫລັກການ, ລະບອບແບບແຜນວິທີການນໍາພາ-ວິທີການເຮັດວຽກ; ຮັບຜິດຊອບໂດຍກົງ ຕໍ່ຜົນໄດ້-ຜົນເສຍ ຕໍ່ວຽກງານອົງການພຸດທະສາສະໜາ.
ຂ່າວ: ທະນູທອງ
ພາບ: ຂັນໄຊ



