18 C
Vientiane
ວັນທີ 26 December, 2025

ເປີດງານທ່ຽວຊົມດອກຊາກຸຣະ ສະຫລອງຄົບຮອບ 10 ປີ ທີ່ສວນມິດຕະພາບລາວ-ຍີ່ປຸ່ນ

Must read

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ເມືອງວຽງໄຊ ແຂວງຫົວພັນ ໄດ້ເປີດງານທ່ຽວຊົມດອກຊາກຸຣະ ສະເຫລີມສະຫລອງຄົບຮອບ 10 ປີ ການປູກຕົ້ນຊາກຸຣະ ທີ່ສວນຊາກຸຣະລາວ-ຢີ່ປຸ່ນ ຢູ່ເມືອງວຽງໄຊ ໃນວັນທີ 18 ທັນວາ 2025 ໂດຍມີທ່ານ ນາງ ລ້ອງຄໍາ ພອນມີໄຊ ຮອງປະທານຄະນະກໍາມະການປົກຄອງ ແຂວງຫົວພັນ, ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ແສງສຸວັນ ວົງຄໍາ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ມີປະທານອົງການໄຈກາປະຈໍາລາວ, ປະທານອົງການຄົນພິການອາຊີ ເພື່ອການພັດທະນາ ແລະ ພາກສ່ວນກ່ຽວຂ້ອງຂອງ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

ສວນຊາກຸຣະແຫ່ງນີ້ ເປັນສັນຍາລັກແຫ່ງສາຍພົວພັນ ລະຫວ່າງສອງຊາດ ລາວ-ຍີ່ປຸ່ນ, ຊຶ່ງເລີ່ມແຕ່ປີ 2022 ເປັນຕົ້ນມາ ດອກຊາກຸຣະ ຢູ່ສວນຊາກຸຣະ ມິດຕະພາບ ລາວ-ຢີ່ປຸ່ນ ທີ່ເມືອງວຽງໄຊ ໄດ້ອອກດອກເບັ່ງບານສວຍງາມ ແລະ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າມາທ່ຽວຊົມຄວາມງາມຂອງດອກຊາກຸຣະໃນທຸກໆປີ, ຍ້ອນໄດ້ຮັບຄວາມເອົາໃຈ ແລະ ສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ກໍຄືສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການຄົນພິການອາຊີ ເພື່ອການພັດທະນາ (ADDP) ໃນການສ້າງກິດຈະກໍາສົ່ງເສີມການທ່ອງທ່ຽວ ໂດຍສະເພາະ ການສ້າງຈຸດຖ່າຍຮູບ ເພື່ອດຶງດູດນັກທ່ອງທ່ຽວ ຊຶ່ງໄດ້ເຮັດໃຫ້ການທ່ຽວຊົມດອກຊາກຸຣະບານ ຢູ່ສວນແຫ່ງນີ້ແຕ່ລະປີມີບັນຍາກາດຟົດຟື້ນ ແລະ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວຢ່າງຫລວງຫລາຍ. ການຈັດພິທີເປີດງານທ່ຽວຊົມດອກຊາກຸຣະ ໃນຄັ້ງນີ້ ກໍເພື່ອເປັນການສົ່ງເສີມການທ່ອງທ່ຽວ ຢູ່ເມືອງວຽງໄຊ ກໍຄືແຂວງຫົວພັນໃຫ້ນັບມື້ຫລາຍຂຶ້ນ.

ທ່ານ ໂຄອິຊຸມິ ຊຶໂຕະມຸ ໄດ້ກ່າວວ່າ: ການປູກຕົ້ນຊາກຸຣະຂອງຍີ່ປຸ່ນ ຢູ່ເມືອງວຽງໄຊ ແຫ່ງນີ້ ໄດ້ຄົບຮອບ 10 ປີ ຊຶ່ງມີຄວາມໝາຍຄວາມສໍາຄັນຫລາຍ ແລະ ສ້າງຄວາມປິຕິຍິນດີ ໃຫ້ແກ່ຂ້າພະເຈົ້າໃນຖານະ ເອກອັກຄະລັດຖະທູດ ທີ່ໄດ້ປະຈຳການໃນຊ່ວງເວລານີ້. ການປູກຕົ້ນຊາກຸຣະໃນສະພາບແວດລ້ອມທີ່ແຕກຕ່າງຈາກຍີ່ປຸ່ນນັ້ນ ບໍ່ແມ່ນເລື່ອງງ່າຍເລີຍ ສວນຊາກຸຣະ ຈະເກີດຂຶ້ນໄດ້ກໍຍ້ອນຄວາມພະຍາຍາມຂອງຫລາຍພາກສ່ວນ ເຊັ່ນ: ແຂວງຫົວພັນ, ເມືອງວຽງໄຊ, ບັນດາຜູ້ຊ່ຽວຊານຊາວຍີ່ປຸ່ນ ແລະ ອົງການຄົນພິການອາຊີ ເພື່ອການພັດທະນາ (ADDP). ລັດຖະບານຍີ່ປຸ່ນຍັງຈະໄດ້ສືບຕໍ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ໃນການສ້າງຕັ້ງສູນຝຶກວິຊາຊີບໃຫ້ແກ່ຄົນພິການ ທີ່ຕັ້ງຢູ່ໃນບໍລິເວນສວນດອກຊາກຸຣະເມືອງວຽງໄຊ ທີ່ດຳເນີນໂດຍ ອົງການຄົນພິການອາຊີ ເພື່ອການພັດທະນາ ພ້ອມທັງໂຄງການພັດທະນາຊຸມຊົນ ໂດຍນຳໃຊ້ທ່າແຮງການທ່ອງທ່ຽວ ຂອງເມືອງວຽງໄຊ. ເມື່ອເບິ່ງໄປ 10 ປີ ເຖິງ 20 ປີຂ້າງໜ້າ, ຂ້າພະເຈົ້າຫວັງວ່າໂຄງການເຫລົ່ານີ້ ຈະສືບຕໍ່ ແລະ ໄດ້ຮັບການພັດທະນາໄປດ້ວຍການນຳພາຂອງຄົນລາວ ແລະ ຫວັງວ່າແຂວງຫົວພັນ ແລະ ເມືອງວຽງໄຊ ທີ່ມີຄວາມອຸດົມສົມບູນ ແລະ ມີຊັບພະຍາກອນການທ່ອງທ່ຽວແຫ່ງນີ້ ຈະໄດ້ຕ້ອນຮັບນັກທ່ອງທ່ຽວຫລາຍຂຶ້ນເລື້ອຍໆ ແລະ ສະເໜ່ຄວາມງົດງາມຂອງດອກຊາກຸຣະໃນທີ່ນີ້ ຈະຖືກເຜີຍແຜ່ອອກໄປຢ່າງກວ້າງຂວາງ.

ທ່ານ ເອຕະ ຢາຊິໂຣະ ທີ່ປຶກສາປະທານ ອົງການຄົນພິການອາຊີ ເພື່ອການພັດທະນາ ຫລື ເປັນທີ່ຮູ້ຈັກກັນໃນນາມ “ຊາຍແຫ່ງດອກຊາກຸຣະ” ໄດ້ກ່າວວ່າ: ມື້ນີ້ ຂ້າພະເຈົ້າ ພ້ອມທັງຄະນະຜູ້ບໍລິຫານ ແລະ ທີມງານ ຈາກ ອົງການ ADDP ປະເທດລາວ ແລະ ຍີ່ປຸ່ນ ມີຄວາມຮູ້ສຶກປິຕິຍິນດີຢ່າງຍິ່ງ ທີ່ໄດ້ມາຮອດມາເຖິງ ແລະ ເຕົ້າໂຮມຮ່ວມກັບບັນດາທ່ານ. ນັບຕັ້ງແຕ່ໄດ້ປູກເບ້ຍດອກຊາກຸຣະ ດ້ວຍຄວາມເປັນຫ່ວງວ່າ “ດອກຊາກຸຣະ ຈະສາມາດເຕີບໃຫຍ່ຢູ່ຜືນແຜ່ນດິນລາວແຫ່ງນີ້ໄດ້ແທ້ບໍ..”, ຈາກມື້ນັ້ນເຖິງມື້ນີ້ ເວລາກໍໄດ້ຜ່ານໄປຢ່າງໄວວາເຖິງ 13 ປີແລ້ວ. ຕົ້ນຊາກຸຣະທີ່ນ້ອຍໆນັ້ນ ໄດ້ເຕີບໃຫຍ່ຢ່າງສະຫງ່າງາມ ແລະ ໄດ້ອອກດອກເບັ່ງບານໃຫ້ເຫັນຢ່າງສວຍງາມ ເຖິງແມ່ນວ່າຍັງມີເບ້ຍນ້ອຍໆທີ່ຫາກໍກໍາລັງແຕກດອກອອກກິ່ງ, ແຕ່ດອກຊາກຸຣະຂອງຍີ່ປຸ່ນ ຈະສືບຕໍ່ເບັ່ງບານຢ່າງສວຍງາມໃນອີກຫລາຍສິບປີ ຫລື ຫລາຍຮ້ອຍປີຕໍ່ໜ້າ ໃນສັນຍາລັກທີ່ວ່າ “ດອກຊາກຸຣະແຫ່ງມິດຕະພາບ” ແລະ ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຂອງເມືອງວຽງໄຊ ຕະຫລອດໄປໃນອະນາຄົດ.

ຂ່າວ-ພາບ: ອາລຸນໄຊ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article