
ໜັງສືພິມກອງທັບ ລາຍງານວ່າ: ວັນທີ 18 ທັນວາ 2025 ຜ່ານມາ ທີ່ສະໜາມບ້ານບັກ ເມືອງວຽງໄຊ ແຂວງຫົວພັນ ພົທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ທີມງານພາກສະໜາມ ກວດກູ້ ແລະທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ- ຣັດເຊຍ ປະ ຈຳສົກ 2025 – 2026, ໂດຍໃຫ້ການຕ້ອນຮັບ ຂອງ ພັທ ອັນເດຼ ບາລານຍຸກ ຫົວໜ້າໜ່ວຍງານກວດກູ້ລະເບີດ, ສູນກູ້ມິນສາກົນ,ວິທະຍາຄານທະຫານຊ່າງແສງ ກຳລັງ ປະ ກອບ ອາວຸດແຫ່ງ ສ. ຣັດເຊຍ,ພ້ອມຄະນະ 2 ຝ່າຍ ລາວ- ຣັດເຊຍ ປະຈຳພາກສະໜາມ.

ການລົງມາຢ້ຽມຢາມໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ ຂອງຄະນະນຳກະຊວງປ້ອງປະເທດ ທັງເປັນສ້າງຂວັນກຳລັງໃຈ ໃຫ້ອ້າຍນ້ອງທີ່ກຳລັງປະຕິບັດໜ້າທີ່ ທັງ 2 ຝ່າຍ ຄື: ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງ ສ ຣັດເຊຍ. ພ້ອມກັນນີ້, ສະຫາຍ ຍັງໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ເພື່ອນຣັດເຊຍພ້ອມຄະນະທີ່ໄດ້ເດີນທາງມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເພື່ອຊ່ວຍກວດກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມ ນີ້ເປັນການປະກອບສ່ວນທີ່ສຳ ຄັນຂອງການຊ່ວຍກວດກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງ ເພື່ອເພີ່ມຟື້ນທີ່ສວນໃຫ້ປະຊາຊົນ ພາຍໃນເມືອງວຽງໄຊ ໄດ້ທຳມາຫາກິນ ປະສະຈາກໄພອັນຕະລາຍຕ່າງໆ ທີ່ເກີດຈາກລະເບີດບໍ່ທັນແຕກ ທັງເປັນການຫັດແໜ້ນຄວາມສາມະຄີ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຫົວໜ້າທີມພາກສະໜາມ ນຳພາກວດເບິ່ງການປະຕິບັດໜ້າທີ່ຂອງອ້າຍນ້ອງຢູ່ພາກສະໜາມຕົວຈິງ ແລະ ເດີນທາງໄປຢ້ຽມຢາມ ນັກເຝິກອົບຮົມຢູ່ຈາກສູນ 523 (ສູນກວດກູ້ແລະທຳລາຍລະເບີດ ບໍ່ທັນແຕກເພື່ອມະນຸດສະທຳ ກອງທັບປະຊາຊົນລາວ) ທີ່ຫ້ອງຮຽນ, ພ້ອມທັງເນັ້ນໃຫ້ບັນດານັກເຝິກອົບຮົມຕ້ອງເອົາໃຈໃສ່ກຳໄດ້ເນື້ອໃນບົດຮຽນ ເພື່ອນຳໄປປະຕິບັດໂຕຈິງໃຫ້ເກີດຜົນສຳເລັດ ແລະ ຮັບປະກັນໄດ້ຄຸນນະພາບຂອງການປະຕິບັດວຽກງານໃນຕໍ່ໜ້າ ແລະ ຈະໄດ້ເລືອກເອົານັກເຝິກອົບຮົມຜູ້ທີ່ເກັ່ງເພື່ອໄປກວດກູ້ລະເບິດຕົວຈິງທີ່ ປະເທດ ຣັດເຊຍ ແລະ ບັນດາປະເທດຕ່າງໆ ທີ່ໄດ້ຮັບຜົນກະທົບຈາກການຖືກຖິ້ມລະເບີດແຕ່ປາງສົງຄາມ. ຫຼັງຈາກນັ້ນ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ໄປກວດເບິ່ງສະຖານທີ່ພັກເຊົາ ຂອງອ້າຍນ້ອງທີ່ປະຈຳພາກສະໜາມ ແລະ ທີ່ພັກເຊົາຂອງເພື່ອນຣັດເຊຍ.





