29 C
Vientiane
ວັນທີ 16 December, 2025

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

Must read

ວັນທີ 13 ທັນວາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍບັນດາການນຳຂອງແຂວງ, ເມືອງໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານຜາຫອຍ ຫາ ບ້ານແກ້ງຈອນ ເມືອງໄຊບົວທອງ ຊຶ່ງມີຄວາມຍາວທັງໝົດ 11,575 ແມັດ, ກວ້າງ 6 ແມັດ.ໂຄງການດັ່ງກ່າວ, ແມ່ນນໍາໃຊ້ຮ່ວງເງິນເກີນແຜນຂອງແຂວງລວມມູນຄ່າ 30 ຕື້ກວ່າກີບ, ໂດຍແມ່ນບໍລິສັດຄໍາມ່ວນພັດທະນາກໍ່ສ້າງ ແລະ ການຄ້າ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ, ກໍານົດເວລາການກໍ່ສ້າງ 12 ເດືອນ (ເດືອນກໍລະກົດ 2025 ຫາ ກໍລະກົດ 2026).ໂຄງການດັ່ງກ່າວ, ໄດ້ເລີ່ມລົງມືການກໍ່ສ້າງ ໃນເດືອນຕຸລາ 2025, ມາຮອດປັດຈຸບັນ ມີຄວາມຄືບໜ້າແລ້ວ 39.06%.

(ຂ່າວ-ພາບ: ກອງຄໍາ)

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article