ແຈ້ງການ ການນໍາເຂົ້າ ແລະ ນໍາໃຊ້ແຮງງານຕ່າງປະເທດສັນຊາດບັງກະລາເດດ

Must read

ວັນທີ 9 ກັນຍາ 2026 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອອກແຈ້ງການ ການນໍາເຂົ້າ ແລະ ນໍາໃຊ້ແຮງງານຕ່າງປະເທດສັນຊາດບັງກະລາເດດ. ເພື່ອເຮັດໃຫ້ການຄຸ້ມຄອງແຮງງານຕ່າງປະເທດໂດຍສະເພາະແມ່ນສັນຊາດບັງກະລາເດດ ເຂົ້າສູ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ແນໃສ່ແກ້ໄຂບັນຫາ ການລັກລອບເຂົ້າມາເຮັດວຽກແບບບໍ່ຖືກຕ້ອງ, ກຳ ຈັດການນໍາເຂົ້າເພື່ອມາແຈກຍາຍ, ການປ່ອຍປະລະເລີຍທີ່ບໍ່ມີຄວາມຮັບຜິດຊອບຂອງຜູ້ນໍາເຂົ້າ, ການນໍາໃຊ້ນາຍໜ້າທີ່ ບໍ່ເປັນທາງການ, ຜູ້ນໍາໃຊ້ແຮງງານ, ບັນດາຫົວໜ່ວຍແຮງງານ, ໂຄງການກໍ່ສ້າງຕ່າງໆ ທັງເປັນການຮັບປະກັນຄວາມ ເປັນລະບຽບຮຽບຮ້ອຍໃນສັງຄົມ ໃນຂອບເຂດທົ່ວປະເທດ.

ລັດຖະມົນຕີ ອອກແຈ້ງການ ດັ່ງນີ້:
1. ໃຫ້ໂຈະຊົ່ວຄາວໃນການພິຈາລະນາ ການອະນຸມັດແຜນນໍາໃຊ້, ການນໍາເຂົ້າ ແລະ ອອກບັດ ອະນຸຍາດເຮັດວຽກ ໃຫ້ແກ່ແຮງງານຕ່າງປະເທດສັນຊາດບັງກະລາເດັດ ໃນຂອບເຂດທົ່ວປະເທດ ນັບຕັ້ງແຕ່ ວັນທີ 01 ກັນຍາ 2026 ຫາ 31 ທັນວາ 2026. ສໍາລັບໂຄງການຂະໝາດໃຫ່ຍທີ່ເປັນບູລິມະສິດຂອງລັດຖະບານ ຊຶ່ງມີກຳນົດເວລາ ຫຼື ສັນຍາກໍ່ສ້າງແມ່ນໃຫ້ມີການພິຈາລະນາຮ່ວມກັບພາກສ່ວນກ່ຽວຂ້ອງເປັນອັນສະເພາະ;

2. ໃຫ້ກົມການຈັດຫາງານ, ກົມຄຸ້ມຄອງແຮງງານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ກະຊວງປ້ອງກັນຄວາມ ສະຫງົບ (ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກົມຄຸ້ມຄອງຄົນຕ່າງປະເທດ) ເພື່ອເພີ່ມທະວີຄວາມເຂັ້ມງວດໃນ ການຕິດຕາມກວດກາ, ເລືອກເຟັ້ນການອະນຸຍາດໃຫ້ເຂົ້າເມືອງ ແລະ ການພັກອາໃສຂອງຄົນຕ່າງປະເທດສັນຊາດ ບັງກະລາເດດ ເພື່ອບໍ່ໃຫ້ ເຂົ້າມາໃນຮູບແບບແອບແຝງ ແລະ ເຂົ້າມາໃນຮູບແບບທີ່ຜິດກົດໝາຍ ເພື່ອຈຸດປະສົ່ງ ອອກແຮງງານ ແລະ ໃຫ້ປະສານສົມທົບ ກະຊວງການຕ່າງປະເທດ (ກົມກົງສຸນ) ເພື່ອໃຫ້ມີການເລືອກເຟັ້ນໃນການອອກວິຊາປະເພດແຮງງານ ໂດຍໃຫ້ໂຈະຊົ່ວຄາວການອອກວີຊາປະເພດແຮງງານ (LA-B2) ຕາມທີ່ໄດ້ ກຳນົດເວລາໄວ້ໃນຂໍ້ 1 ຂ້າງເທິງນັ້ນ ແລະ ສະເໜີໃຫ້ທັງສອງພາກສ່ວນດັ່ງກ່າວ ແຈ້ງໄປຍັງສາຍຕັ້ງຂອງຕົນໃນ ຂອບເຂດທົ່ວປະເທດ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ;

3. ຫ້າມ ບຸກຄົນ, ນິຕິບຸກຄົນ, ຜູ້ໃຊ້ແຮງງານ ແລະ ຜູ້ປະກອບການ ຮັບເອົາ ແລະ ນໍາໃຊ້ ແຮງງານສັນຊາດ ບັງກະລາເດດ ທີ່ບໍ່ ແມ່ນຕົນເອງເປັນຜູ້ຂໍອະນຸຍາດນໍາເຂົ້າມາ ໃຫ້ມາເຮັດວຽກນໍາຕົນຢ່າງເດັດຂາດ;

4. ໃຫ້ເຈົ້າໜ້າທີ່ກວດກາແຮງງານສົມທົບກັບເຈົ້າໜ້າທີ່ຕຳຫຼວດ ເພີ່ມທະວີໃນການລົງຕິດຕາມ, ກວດກາ ຫົວໜ່ວຍ ແຮງງານທີ່ສະເໜີຂໍນໍາເຂົ້າ ແລະ ສະຖານທີ່ ເຮັດວຽກທີ່ມີການນໍາໃຊ້ແຮງງານຕ່າງປະເທດ ສັນຊາດ ບັງກະລາເດັດ ໂດຍສະເພາະແມ່ນຫົວໜ່ວຍແຮງງານທີ່ສົງໃສ ຫຼື ມີພຶດຕິກໍາວ່າເປັນການນໍາເຂົ້າມາເພື່ອແຈກຍາຍໃຫ້ຫົວໜ່ວຍ ແຮງງານອື່ນ;

5. ຖ້າພົບເຫັນ ບຸກຄົນ, ນິຕິບຸກຄົນ, ຜູ້ໃຊ້ແຮງງານ, ຜູ້ປະກອບການ ທີ່ນໍາເຂົ້າແບບບໍ່ຖືກຕ້ອງ, ນໍາເຂົ້າເພື່ອແຈກ ຍາຍຮັບເອົາ ແລະ ນໍາໃຊ້ ແຮງງານຕ່າງປະເທດສັນຊາດບັງກະລາເດັດແບບບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແມ່ນໃຫ້ດໍາເນີນມາດຕະການທີ່ເດັດຂາດ ດັ່ງນີ້:

5.1. ນໍາເຂົ້າ ແລະ ນໍາໃຊ້ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງແຮງງານ ຈະຖືກປັບໃໝ 2,500,000 ກີບຕໍ່ຄົນຕໍ່ຄັ້ງ;

5.2. ນໍາເຂົ້າເພື່ອແຈກຍາຍໃຫ້ຫົວໜ່ວຍແຮງງານອື່ນ ຈະຖືກປັບໃໝ 2,500,000 ກີບຕໍ່ຄົນຕໍ່ຄັ້ງ;

5.3. ນໍາໃຊ້ ແລະ/ຫຼື ຮັບເອົາ ຜູ້ອອກແຮງງານຕ່າງປະເທດເຮັດວຽກບໍ່ຖືກກັບຊື່ຫົວໜ່ວຍແຮງງານທີ່ຂໍນໍາເຂົ້າ ຕາມທີ່ກຳນົດໄວ້ໃນບັດອະນຸຍາດເຮັດວຽກ ຈະຖືກປັບໃໝ 2,000,000 ກີບຕໍ່ຄົນຕໍ່ຄັ້ງ;

5.4. ຜູ້ອອກແຮງງານຕ່າງປະເທດ ທີ່ເຮັດວຽກບໍ່ຖືກສະຖານທີ່, ເຄື່ອນຍ້າຍໄປເຮັດວຽກຢູ່ຫົວໜ່ວຍແຮງງານ ອື່ນໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຈະຖືກປັບໃໝ 1,000,000 ກີບຕໍ່ຄົນຕໍ່ຄັ້ງ ພ້ອມທັງຜັກດັນໃຫ້ກັບ ຄືນປະເທດຕົ້ນທາງ ພາຍໃນ 30 ວັນ;

5.5. ການນໍາເຂົ້າ ແລະ ນໍາໃຊ້ ໂດຍບໍ່ຖືຕ້ອງຕາມກົດໝາຍແມ່ນໃຫ້ເຈົ້າໜ້າທີ່ກວດກາແຮງງານໃຊ້ມາດຕະການ ປັບໃໝຕາມ ຂໍ້ 5.1, 5.2, 5.3, 5.4 ທີ່ໄດ້ກຳນົດໃວ້ຂ້າງເທິງ ແລະ ກົດໝາຍ, ລະບຽບການອື່ນ ທີ່ ກ່ຽວຂ້ອງ ພ້ອມທັງໃຫ້ຮັບຜິດຊອບຄ່າໃຊ້ຈ່າຍໃນການຄຸມຕົວ ຫຼື ກັກຂັງ; ຖ້າມີການຜັກດັນໃຫ້ແຮງງານ ຕ່າງປະເທດກັບຄືນປະເທດຕົ້ນທາງ ກໍໃຫ້ຮັບຜິດຊອບຄ່າເດີນທາງ ແລະ ຄ່າໃຊ້ຈ່າຍອື່ນໆ ທັງໝົດ ໂດຍ ບໍ່ມີຂໍ້ຍົກເວັ້ນ. ໃນກໍລະນີ ກວດພົບເຫັນມີການລະເມີດຄັ້ງທີ 2 ແມ່ນຈະຖືກປັບໄໝ ສາມ ເທົ່າ ຂອງຄ່າ ປັບໄໝ ແລະ ສົ່ງໃຫ້ເຈົ້າໜ້າທີ່ ຂອງພາກສ່ວນກ່ຽວຂ້ອງດໍາເນີນຄະດີ.

5.6. ໃນກໍລະນີ ຜູ້ໃຊ້ແຮງງານ, ຜູ້ປະກອບການ ແລະ ຜູ້ອອກແຮງງານຕ່າງປະເທດ ບໍ່ປະຕິບັດ ແລະ ບໍ່ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດມາດຕະການທີ່ກ່າວມາຂ້າງເທິງນີ້ ໃຫ້ເຈົ້າໜ້າທີ່ກວດກາແຮງງານ ສະເໜີເຖິງຂະແໜງການທີ່ກ່ຽວຂ້ອງ ເພື່ອໂຈະການດໍາເນີນທຸລະກິດ-ການຜະລິດຊົ່ວຄາວ, ຖອນໃບ ອະນຸຍາດດໍາເນີນທຸລະກິດ ແລະ ສົ່ງໃຫ້ສານດໍາເນີນຄະດີຕາມກົດໝາຍ.

6. ໃຫ້ກົມການຈັດຫາງານ, ກົມຄຸ້ມຄອງແຮງງານ ຈັດກອງປະຊຸມຮ່ວມກັບພະແນກແຮງງານ ແລະ ສະຫວັດດີການ ສັງຄົມແຂວງ, ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລື ແລະ ຮັບຟັງການລາຍງານສະພາບການຄຸ້ມຄອງແຮງງານ ຕ່າງປະເທດ ໂດຍສະເພາະແມ່ນແຮງງານສັນຊາດບັງກະລາເດັດ ທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ ແລ້ວລາຍງານ ໃຫ້ຄະນະນໍາກະຊວງຮັບຊາບເປັນແຕ່ລະໄລຍະ;

7. ໃຫ້ບັນດາພະແນກແຮງງານ ແລະ ສະຫວັດດີການສັງຄົມສົມທົບກັບຫ້ອງການແຮງງານ ແລະ ສະຫວັດດີການ ສັງຄົມເມືອງ ເກັບກຳຂໍ້ມູນ, ຕິດຕາມ, ກວດກາ ການນໍາໃຊ້ແຮງງານຕ່າງປະເທດສັນຊາດບັງກະລາເດດ ຖ້າຫາກພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດແມ່ນໃຫ້ລາຍງານເຖິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮັບຊາບ ເພື່ອຫາທາງແກ້ໄຂໃນເວລາອັນຄວນ;

8. ມອບໃຫ້ ກົມຄຸ້ມຄອງແຮງງານ, ກົມການຈັດຫາງານ, ພະແນກແຮງງານ ແລະ ສະຫວັດດີການສັງຄົມຂັ້ນແຂວງ, ນະຄອນຫຼວງວຽງຈັນ, ຜູ້ໃຊ້ແຮງງານ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ຢ່າງເຂັ້ມງວດ;

9. ແຈ້ງການສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article